ຫລິ້ນຂັ້ນໄດເລື່ອນ ເດັກນ້ອຍຊາຍເກືອບຕ້ອງເສຍຂາ
May 14, 2017 - 5:22 PM

ເຫດເກີດຂຶ້ນທີ່ປະເທດ ຕຸລາກີ້ ໃນຫ້າງຊັບພະສິນຄ້າ ມີເດັກນ້ອຍອາຍຸ 9 ປີ ໄດ້ຮັບບາດເຈັບຈາກຂັ້ນໄດເລື່ອນຫນີບຂາ. ຈາກກ້ອງວົງຈອນປິດເຫັນວ່າເດັກນ້ອຍນັ້ນໄດ້ແລ່ນຂຶ້ນຂັ້ນໄດທີ່ເປັນທາງເລື່ອນລົງຈາກອີກຊັ້ນຫນຶ່ງ ຈຶ່ງເຮັດໃຫ້ລາວລົ້ມລົງ ແລະ ຂາໄປຫນີບກັບຂັ້ນໄດ ມີຜູ້ຄົນທີ່ກາຍໄປມາພົບເຫັນ ແລະ ໄດ້ໂທແຈ້ງເຈົ້າຫນ້າທີ່ເຂົ້າມາຊ່ວຍເຫລືອ, ການຊ່ວຍເຫລືອໄດ້ໃຊ້ເວລາກາຍຫນຶ່ງຊົ່ວໂມງຈຶ່ງສາມາດຊ່ວຍເອົາຂາຂອງລາວອອກໄດ້ ແລະ ໄດ້ນຳໂຕເດັກນ້ອຍໄປທີ່ໂຮງຫມໍໄກ້ຄຽງ ຊຶ່ງ ທ່ານຫມໍແຈ້ງວ່າໂຊກດີທີ່ລາວບໍ່ໄດ້ເສຍຂາ ມີພຽງແຕ່ຮອຍຊຳ້ເນື່ອງຈາກຖືກຫນີບ. ເຫັນແບບນີ້ຜູ້ປົກຄອງຄວນເອົາໃຈໃສ່ເບິ່ງແຍງດູແລລູກຫລານຢ່າງໃກ້ຊິດຕະຫລອດເວລາເພື່ອຫລີກລ້ຽງເຫດການຄືດັ່ງກ່າວ.
https://www.youtube.com/watch?v=TsJdcyFEPUc