ລາວຈັດກິດຈະກຳສັບປະດັບຄວາມປອດໄພທາງທ້ອງຖະໜົນສາກົນຄັ້ງທີ 4

ທ້າຍອາທິດຜ່ານມາ, ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບກົມຈະລາຈອນ, ໄດ້ຈັດກິດຈະກຳ ສັບປະດາຄວາມປອດໄພທາງທ້ອງຖະໜົນສາກົນຄັ້ງທີ 4 ຂຶ້ນພາຍໃຕ້ຫົວຂໍ້: “ຊີວິດປອດໄພ ຜ່ອນຄວາມໄວໃນການຂັບຂີ່” (Save Lives and Slow down), ເພື່ອປຸກລະດົມມວນຊົນໃຫ້ມີສະຕິລະວັງຕົວໃນການຂັບຂີ່, ໂດຍສະເພາະກຸ່ມສ່ຽງທີ່ອາດຈະກໍໃຫ້ເກີດອຸປະຕິເຫດເຊັ່ນ: ຊາວໜຸ່ມ ແລະ ເຍົາວະຊົນ ນອກນີ້ ຍັງເປັນການປຸກຈິດສຳນຶກໃຫ້ທຸກຄົນເຫັນໄດ້ເຖິງຄວາມສຳຄັນໃນການປ້ອງກັນການເກີດອຸປະຕິເຫດຈາກການຂັບຂີ່ຍານພາຫະນະ, ຊຶ່ງສ້າງຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນເປັນຈຳນວນຫລວງຫລາຍໃນແຕ່ລະວັນ, ພາຍໃນກິດຈະກຳຄັ້ງນີ້, ໄດ້ມີກຸ່ມອາສາສະໝັກສະເໜີຕົວເຂົ້າຮ່ວມຂະບວນຄາລະວານຂັບຂີ່ປອດໄພ, ໂດຍແບ່ງອອກເປັນ 2 ຈຸ, 2 ເສັ້ນທາງຄື: ຈຸທີ 1 ໄດ້ເລີ່ມແຕ່ໄອເຕັກ-ໜອງໄຮ-ຈີ່ນາຍໂມ້-ໂພນທັນ-ໄອເຕັກ ແລະ ຈຸທີ 2 ໄດ້ເລີ່ມແຕ່ໄອເຕັກ-ໂພນພະເນົາ-ປະຕູໄຊ-ເຈົ້າຟ້າງຸ່ມ-ຫໍຄຳ-ທາດຫລວງ-ໄອເຕັກ.
ຈາກຕົວເລກສະຖິຕິຂອງປີຜ່ານມາ, ໃນທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 5.600 ກວ່າກໍລະນີ, ສົ່ງຜົນໃຫ້ມີຄົນເສຍຊີວິດ 1.000 ກວ່າຄົນ, ອຸປະຕິເຫດສ່ວນໃຫຍ່ແມ່ນເກີດຈາກການໃຊ້ຄວາມໄວເກີນກຳນົດ, ຮອງລົງມາແມ່ນການດື່ມສິ່ງມືນເມົາແລ້ວຂັບ, ບໍ່ໃສ່ໝວກກັນກະທົບ ແລະ ອື່ນໆ. ຖ້າທຸກຄົນເອົາໃຈໃສ່ບັນດາຂໍ້ຫ້າມຕ່າງໆເຊັ່ນ: ຫ້າມຂັບໄວ, ດື່ມບໍ່ຂັບ, ໃສ່ສາຍຮັດນິລະໄພ ແລະ ໃສ່ໝວກກັນທົບກ່ອນອອກເດີນທາງອຸປະຕິເຫດກໍຈຸະຫລຸດລົງຕາມລຳດັບ.