ອາເມລິກາເລີ່ມໃຊ້ມາດຕະການ ຂວ້ຳບາດນ້ຳມັນອີຣານ
ມາດຕະການກົດດັນທາງເສດຖະກິດຂອງອາເມລິກາຕໍ່ອີຣານ ທີ່ເປັນການຈຳກັດການຊື້-ຂາຍນ້ຳມັນ ແລະ ການເຮັດທຸລະກຳລະຫວ່າງປະເທດ ມີຜົນແລ້ວຢ່າງເປັນທາງການ, ສ່ວນຣັດເຊຍຢືນຢັນການຄ້າຂາຍນ້ຳມັນຮ່ວມກັບລັດຖະບານເຕຮາລານຕໍ່ໄປ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ມາດຕະການກົດດັນທາງເສດຖະກິດຂອງອາເມລິກາຕໍ່ອີຣານ “ຮອບສອງ” ຫລັງຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍສະບັບປີ 2015 ໃນເດືອນພຶດສະພາຜ່ານມາ ມີຜົນບັງຄັບໃຊ້ແລ້ວຢ່າງເປັນທາງການ ໂດຍວ່າກັນວ່າເປັນມາດຕະການ “ໜັກໜ່ວງທີ່ສຸດ” ເນື່ອງຈາກມຸ່ງເປົ້າໃສ່ອຸດສາຫະກຳພະລັງງານ ແລະ ຂະແໜງທະນາຄານຂອງອີຣານຢ່າງຈະແຈ້ງ.
ທັງນີ້, ລັດຖະບານວໍຊິງຕັນໄດ້ເພີ່ມລາຍຊື່ບຸກຄົນ ແລະ ນິຕິບຸກຄົນລວມປະມານ 700 ລາຍຊື່ເຂົ້າສູ່ບັນຊີດຳຄັ້ງນີ້ ແລະ ແຈ້ງໃຫ້ສະມາຄົມລະບົບສື່ສານໂທລະຄົມມະນາຄົມດ້ານການເງິນລະຫວ່າງສະຖາບັນການເງິນທົ່ວໂລກ ຫລື SWIFT ເຊິ່ງມີສຳນັກງານໃຫຍ່ຢູ່ແບນຊິກ ແລະ ມີສະຖາບັນການເງິນຫລາຍກວ່າ 3.000 ແຫ່ງທົ່ວໂລກຮ່ວມເປັນສະມາຊິກ ໃນການລົບອີຣານອອກຈາກເຄືອຂ່າຍ.
ຂະນະທີ່ປະທານາທິບໍດີ ຮັສຊັນ ໂຣຮານີ ປະກາດວ່າ: ອີຣານຈະເດີນໜ້າສົ່ງອອກນ້ຳມັນດິບຕໍ່ໄປ ເພາະມາດຕະການຂວ້ຳບາດຂອງອາເມລິກາເປັນການລະເມີດກົດໝາຍສາກົນຢ່າງຈະແຈ້ງ, ສ່ວນທ່ານ ອາເລັກຊານເດີ ໂນວັກ ລັດຖະມົນຕີກະຊວງພະລັງງານຂອງຣັດເຊຍ ກ່າວວ່າ: ຂໍ້ຕົກລົງຊື້ຂາຍນ້ຳມັນດິບລະຫວ່າງລັດຖະບານມົດສະກູກັບອີຣານ ເຊິ່ງກ່ຽວກັບການຮ່ວມມືດ້ານອື່ນໆ ລວມທັງຣັດເຊຍເຮັດໜ້າທີ່ຄົນກາງໃນເລື່ອງນີ້ ຈະດຳເນີນຕໍ່ໄປ. ເຖິງຢ່າງໃດກໍຕາມ, ກະຊວງການຕ່າງປະເທດອາເມລິກາຢືນຢັນວ່າ: ຈະມີ “8 ປະເທດ” ໄດ້ຮັບການຫລຸດຜ່ອນສູງສຸດ 180 ວັນ ໃນການຊື້ຂາຍນ້ຳມັນ ແລະ ເຮັດທຸລະກຳຮ່ວມກັບອີຣານ ເຊິ່ງຫລາຍຝ່າຍຄາດວ່າຢ່າງໜ້ອຍຈະມີຍີ່ປຸ່ນ, ສ.ເກົາຫລີ ແລະ ອິນເດຍ.