ວຽກງານຕາໜ່າງປົກປ້ອງເດັກຍັງມີສິ່ງທ້າທາຍບາງດ້ານ
ກອງປະຊຸມທົບທວນຄືນແຜນປະຕິບັດວຽກງານປົກປ້ອງເດັກ 9 ເດືອນ ຕົ້ນປີ2018 ທີ່ໄດ້ຈັດຂຶ້ນໃນວັນທີ 2 ພະຈິກນິີ້ ໂດຍການເປັນປະທານຮ່ວມຂອງທ່ານ ນ. ມອນທອງ ອິນທະວົງ ຮອງກົມແຜນການ ແລະ ການຮ່ວມືສາກົນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນ. ຢາລີ້ ຈ່າງ ຫົວໜ້າພະແນກປົກປ້ອງເດັກ ອົງການຢູນິເຊັບ ປະຈຳ ສປປ ລາວ.
ກອງປະຊຸມດັ່ງກ່າວ ໄດ້ສະຫຼຸບຕີລາຄາດ້ານດີ ແລະ ຂໍ້ຄົງຄ້າງຕ່າງໆເພື່ອຈະຕ້ອງໄດ້ປັບປຸງແຫ້ໄຂ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດແຜນຮ່ວມມືວຽກງານປົກປ້ອງເດັກລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບ ອົງການຢູນິເຊັບ ເຊິ່ງໄລຍະຜ່ານມາ ຂະແໜງການດັ່ງກ່າວກໍໄດ້ຈັດຕັ້ງປະຕິບັດບັນດາກິດຈະກຳທີ່ນອນໃນແຜນຮ່ວມມື ສົກປີ 2017-2018ຄື: 1.) ໄດ້ສ້າງຕັ້ງກົນໄກການຈັດຕັ້ງປະຕິບັດຊວ່ຍເຫຼືອຜູ້ທີ່ມີຄວາມສ່ຽງ ແລະ ພິການເພື່ອໃຫ້ເຂົ້າເຖິງ, ການສົ່ງຕໍ່ຮັບບໍລິການທາງສັງຄົມຢູ່ກຸ່ມບ້ານ, ເມືອງຂອງແຂວງເປົ້າໝາຍຄື: ແຂວງຊຽງຂວາງ ແລະ ແຂວງສະຫວັນນະເຂດ; 2.) ໄດ້ສ້າງປື້ມຄູ່ມືການຝຶກອົບຮົມກ່ຽວກັບວຽກງານສັງຄົມສົງເຄາະສຳລັບເດັກ ແລະ ຄອບຄົວ ແລະ ໃນທ້າຍປີ 2017 ຍັງໄດ້ຝຶກການນຳໃຊ້ປຶ້ມຄູ່ມືດັ່ງກ່າວໃຫ້ພະນັກງານຂະແໜງ ຮສສ ຂັ້ນເມືອງ ຢູ່ແຂວງສະຫວັນນະເຂດ ຈຳ ນວນ 15 ເມືອງ ແລະ ຈະສືບຕໍ່ແຜນຝຶກອົບຮົມໃຫ້ຫ້ອງການແຮງງານເມືອງ ແຂວງຊຽງຂວາງ ແລະ ອາສາສະຫມັກຊ່ວຍວຽກງານຊ່ວຍເຫຼືອເດັກພິການຂັ້ນບ້ານຂອງແຂວງຊຽງຂວາງ; 3.) ໄດ້ຈັດຝຶກອົບຮົມວຽກງານຕາໜ່າງປົກປ້ອງເດັກໃຫ້ກັບບັນດາເມືອງ, ບ້ານທີ່ຕັ້ງໃໝ່ຢູ່ 2 ແຂວງ ສະຫວັນນະເຂດ ແລະ ຊຽງຂວາງ. ພ້ອມນີ້, ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີສິ່ງທ້າທາຍບາງດ້ານທີ່ຕ້ອງໄດ້ພ້ອມກັນແກ້ໄຂ ແລະ ປັບປຸງເຊັ່ນ: ບາງບ້ານຍັງບໍ່ທັນຖືເປັນສຳຄັນຕໍ່ກັບວຽກງານປົກປ້ອງເດັກ ເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວບໍ່ຕໍ່ເນື່ອງໂດຍສະເພາະເມື່ອມີການປ່ຽນຄະນະປົກຄອງບ້ານ, ການສ້າງຄວາມອາດສາມາດໃຫ້ທ້ອງຖິ່ນຍັງບໍ່ທັນເຮັດໄດ້ຢ່າງຕໍ່ເນື່ອງ, ຂັ້ນຕອນການຂໍງົບປະມານຍັງຊັກຊ້າບາງຄັ້ງຄາວ. ແຕ່ເຖິງຢ່າງໃດກໍຕາມ ເພື່ອປັບປຸງ ແລະ ເປັນຂໍ້ມູນໃນແຜນສົກປີ 2019-2020 ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນການປົກປ້ອງເດັກຢູ່ໃນ ສປປ ລາວ ໃນການສືບຕໍ່ລົງນາມຮ່ວມມືໃນຕໍ່ໜ້າ.