ທູເຄິລ ຊີ້ ເອັມບັບເປ້ ມີສິດເປັນນັກເຕະເບີ 1 ໂລກ
ໂທມັສ ທູເຄິລ ຜູ້ຈັດການທີມ ປາຣີ ແຊງແຊກແມງ ຊີ້ ຄີລິຢັນ ເອັມບັບເປ້ ກອງໜ້າຄົນເກັ່ງ ມີສິດຂຶ້ນເປັນນັກເຕະເບີ 1 ໂລກ ແຕ່ຍັງຕ້ອງພັດທະນາຕໍ່ໄປ ຫລັງດາວເຕະທີມຊາດຝຣັ່ງສ້າງຜົນງານໄດ້ຢ່າງດີເດັ່ນໃນລະດູການນີ້.
ໂທມັສ ທູເຄິລ ຜູ້ຈັດການທີມ ປາຣີ ແຊງແຊກແມງ ສະໂມສອນມະຫາເສດຖີແຫ່ງລີກ ເອິງ ອອກມາກ່າວໃນວັນທີ 6 ພະຈິກວ່າ: ລາວເຊື່ອວ່າ ຄີລິຢັນ ເອັມບັບເປ້ ຫົວຫອກຄົນເກັ່ງຂອງທີມ ສາມາດຈະກ້າວຂຶ້ນໄປເປັນນັກເຕະດີທີ່ສຸດໃນໂລກໄດ້ ແຕ່ລາວຈຳເປັນຕ້ອງພັດທະນາຝີຕີນຂຶ້ນເລື້ອຍໆ.
ເອັມບັບເປ້ ໄວ 19 ປີ ສ້າງຜົນງານໄດ້ໜ້າປະທັບໃຈໃນລະດູການນີ້ ຫລັງຈາກຍິງໄປ 13 ປະຕູຈາກ 11 ນັດກັບ ເປແອສເຊ ແຕ່ ຊາບີ ເອນາເດ ຕຳນານ ບາເຊໂລນາ ແລະ ທີມຊາດສະເປນ ກໍຕັ້ງຄຳຖາມກ່ຽວກັບນັກເຕະໄວໜຸ່ມ ໂດຍຊີ້ວ່າລາວຍັງບໍ່ເຕີບໃຫຍ່ເຕັມທີ່ໃນການຫລິ້ນ.
ຫລ້າສຸດ ທູເຄິລ ໄດ້ອອກມາສະແດງຄວາມເຫັນດ້ວຍກັບ ຊາບີ ແຕ່ຊີ້ວ່າ ເປັນພຽງເລື່ອງທຳມະດາ ເນື່ອງຈາກ ເອັມບັບເປ້ ຍັງຄົງສາມາດຈະພັດທະນາຝີຕີນໄດ້ອີກຫລາຍ.