ໂຮງໝໍມິດຕະພາບ ຈັດກິດຈະກຳສະຫລອງວັນພະຍາດເສັ້ນເລືອດສະໝອງສາກົນ
ໂຮງໝໍມິດຕະພາບ ຈັດກິດຈະກຳສະເຫລີມສະຫລອງ ວັນພະຍາດເສັ້ນເລືອດສະໝອງສາກົນ (World Stroke Day) ຂຶ້ນໃນວັນທີ 4 ພະຈິກນີ້, ໂດຍການເຂົ້າຮ່ວມຂອງທ່ານ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍດັ່ງກ່າວ ໂດຍມີຫລາຍກິດຈະກຳເຊັ່ນ: ຊັ່ງນໍ້າໝັກ, ກວດຄວາມດັນ, ກວດທາດນໍ້າຕານໃນເລືອດ, ການໃຫ້ຄວາມຮູ້ ກ່ຽວກັບການຮັກສາສຸຂະພາບ ແລະ ອື່ນໆ ໂດຍບໍ່ເສຍຄ່າໃຊ້ຈ່າຍ ເຊິ່ງໄດ້ຮັບຄວາມສົນໃຈຈາກປະຊາຊົນຮ່ວມຫລາຍກວ່າ 400 ຄົນ.
ທ່ານ ສະໜອງ ທອງຊະນະ ກ່າວວ່າ: ການຈັດງານສະເຫລີມສະຫລອງ ວັນພະຍາດເສັ້ນ ເລືອດສະໝອງສາກົນ ຫລື ເອີ້ນອີກຊື່ໜຶ່ງວ່າ ພະຍາດອຸປະຕິເຫດເສັ້ນເລືອດໃນສະໝອງ ໃນຄັ້ງນີ້, ເພື່ອເປັນການໃຫ້ຄວາມຮູ້, ຄວາມເຂົ້າໃຈແກ່ປະຊາຊົນ ກ່ຽວກັບພະຍາດເສັ້ນເລືອດໃນສະໝອງ ຕໍ່ຜູ້ທີ່ເປັນ ແລະ ບໍ່ທັນເປັນ ໃຫ້ຮູ້ວິທີເບິ່ງແຍງຮັກສາ, ຮູ້ເຖິງວິທີການປ້ອງກັນຕົນເອງຄືແນວໃດ, ໃຫ້ຮູ້ພະຍາດເສັ້ນເລືອດໃນສະໝອງແມ່ນຫຍັງ ເຊິ່ງຈະສາມາດປ້ອງກັນພະຍາດດັ່ງກ່າວນີ້ໄດ້.
ພະຍາດເສັ້ນເລືອດໃນສະໝອງ ມີຄົນເຈັບແຕ່ລະປີນັບມື້ນັບຫລາຍຂຶ້ນ, ໂດຍສະເພາະບຸກຄົນທີ່ມີຄວາມສ່ຽງ ເຊັ່ນ: ຄົນທີ່ເປັນຄວາມດັນ, ເບົາຫວານ, ເສັ້ນເລືອດໃນສະໝອງຕີບຕັນ ເຊິ່ງພະຍາດດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ຊີວິດການ, ສຸຂະພາບ, ຕໍ່ເສດຖະກິດ-ສັງຄົມ. ດັ່ງນັ້ນ, ຖ້າມີຄວາມເຂົ້າໃຈຢ່າງຖືກຕ້ອງຕໍ່ກັບການປິ່ນປົວ, ການປ້ອງກັນຖືກລະບົບ ຈະສາມາດຫລຸດຜ່ອນ ແບ່ງເບົາຜົນກະທົບ ຈາກພະຍາດເຫລົ່ານັ້ນໄດ້.