ລັດຖະມົນຕີ ຖວທ ເນັ້ນໃຫ້ພາກລັດ-ເອກະຊົນເພີ່ມທະວີປັບປຸງບັນຍາກາດການທ່ອງທ່ຽວໃຫ້ດີຂຶ້ນ
ໃນໂອກາດມີຄໍາເຫັນຕໍ່ກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂອຸປະສັກໃນຂົງເຂດວຽກງານທ່ອງທ່ຽວລະຫວ່າງພາກລັດ ແລະ ພາກທຸລະກິດເມື່ອບໍ່ດົນມານີ້, ທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ບໍ່ແສງຄໍາ ວົງດາລາ ໄດ້ເນັ້ນໃຫ້ສອງພາກສ່ວນເພີ່ມທະວີການຮ່ວມມື ແລະ ປະສານສົມທົບໃຫ້ແໜ້ນແຟ້ນກັນຫລາຍກວ່າເກົ່າ, ເພື່ອພ້ອມກັນແກ້ໄຂຂອດອັດຕັນ ແລະ ສິ່ງຫຍຸ້ງຍາກຕ່າງໆຕໍ່ຂະແໜງການທ່ອງທ່ຽວ, ແນໃສ່ເຮັດໃຫ້ບັນຍາກາດການທ່ອງທ່ຽວນັບມື້ດີຂຶ້ນ ແລະ ສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວປະເທດເຮົາຫລາຍຂຶ້ນ.
ທ່ານ ບໍ່ແສງຄໍາ ວົງດາລາ ກ່າວວ່າ: ພາຍຫລັງປະເທດເຮົາ ໄດ້ຈັດພິທີເປີດປີທ່ອງທ່ຽວ 2018 ຂຶ້ນຢ່າງເປັນທາງການຕິດພັນກັບພິທີເປີດງານບຸນນະມັດສະການພະທາດຫລວງວຽງຈັນໃນວັນທີ 24 ຕຸລາ 2017 ຜ່ານມາ, ແມ່ນກິດຈະກຳສຳຄັນເພື່ອສົ່ງເສີມການທ່ອງທ່ຽວ, ເສີມຂະຫຍາຍການອະນຸລັກວັດທະນະທຳທີ່ເປັນເອກະລັກ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ພ້ອມທັງສ້າງເງື່ອນໄຂກະຕຸກຊຸກຍູ້ລະບົບເສດຖະກິດຂອງຊາດໃນທາງກົງ ແລະ ທາງອ້ອມ, ໂດຍສະເພາະແມ່ນຫົວໜ່ວຍທຸລະກິດບໍລິການຕ່າງໆທີ່ປິ່ນອ້ອມຂະແໜງການທ່ອງທ່ຽວໃຫ້ມີບັນຍາກາດຄຶກຄື້ນ ແລະ ຂະຫຍາຍຕົວເທື່ອລະກ້າວ, ຕາມເປົ້າໝາຍຂອງລັດຖະບານໃນປີທ່ອງທ່ຽວລາວ 2018 ນີ້ຄື: ຕ້ອງສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວພາຍໃນປະເທດບັນລຸ 5 ລ້ານເທື່ອຄົນ ແລະ ສ້າງລາຍຮັບເປັນເງິນຕາເຂົ້າປະເທດໃຫ້ໄດ້ຫລາຍກວ່າ 900 ລ້ານໂດລາສະຫະລັດ, ແຕ່ມາຮອດປັດຈຸບັນ ເຫັນວ່າມີນັກທ່ອງທ່ຽວເຂົ້າມາຍັງບໍ່ທັນຮອດ 3 ລ້ານເທື່ອຄົນ, ຊຶ່ງຍັງຢູ່ຫ່າງຕົວເລກທີ່ຄາດໝາຍໄວ້ຫລາຍສົມຄວນ. ສະນັ້ນ, ເພື່ອຊຸກຍູ້ໃຫ້ວຽກງານທ່ອງທ່ຽວມີບັນຍາກາດຄືກຄື້ນຫລາຍຂຶ້ນ ແລະ ສາມາດຮອງຮັບການຂະຫຍາຍຕົວຂອງຂະແໜງການດັ່ງກ່າວ, ໃນຕໍ່ໜ້ານີ້, ພາກລັດ ແລະ ພາກເອກະຊົນ ຕ້ອງໄດ້ຈິງໃຈຮ່ວມມືກັນຊອກຫາຊ່ອງທາງແກ້ໄຂບັນດາອຸປະສັກຕ່າງໆທີ່ຂັດໜ່ວງທ່ວງດຶງໃນວຽກງານທ່ອງທ່ຽວໃຫ້ຕົກໄປຢ່າງຂາດຕົວ, ເອົາໃຈໃສ່ປັບປຸງຄຸນນະພາບ ແລະ ມາດຕະຖານການທ່ອງທ່ຽວໃຫ້ສູງຂຶ້ນ ເພື່ອສ້າງສິ່ງອໍານວຍຄວາມສະດວກ ແລະ ຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທີ່ຈະເຂົ້າມາຢ້ຽມຢາມປະເທດເຮົາໃຫ້ຫລາຍຂຶ້ນ.