ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີແຫ່ງ ສ.ກູບາ ຈະຢ້ຽມຢາມລັດຖະກິດ ສປປ ລາວ


ໂດຍຕອບສະໜອງຕາມຄໍາເຊີນຂອງສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ມິເກັນ ມາຣິໂອ ດີເອັດສ–ກາແນນ ເເບຣມູເດັດສ ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີແຫ່ງ ສາທາລະນະລັດ ກູບາ ພ້ອມພັນລະຍາ ແລະ ຄະນະ ຈະດຳເນີນ ການຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ລະຫວ່າງວັນທີ 10-11 ພະຈິກນີ້.


ທ່ານ ມີເກັນ ມາຣີໂອ ດີເອັດສ ເກີດເມື່ອວັນທີ 20 ເມສາ 1960 ທີ່ເມືອງ Placetas, ແຂວງ Villa Clara ເຂົ້າເປັນສະມາຊິກພັກປີ 1987. ຮຽນຈົບປະລິນຍາຕີຂະແໜງວິສະວະກໍາໄຟຟ້າ ປີ 1982 ທີ່ມະຫາວິທະຍາໄລ Marta Abreu, ແຂວງ Villa Clara, 1982-1985 ຮຽນຈົບປະລິນຍາໂທດ້ານການປົກຄອງ, ປີ 1985-1987 ເລີ່ມຕົ້ນເປັນເຈົ້າໜ້າທີ່ປະຈໍາຢູ່ກອງກໍາລັງປະກອບອາວຸດປະຕິວັດກູບາ, ປີ 1987 ເປັນອາຈາສອນຢູ່ມະຫາວິທະຍາໄລ Marta Abreu, ແຂວງ Villa Clara, ປີ 1989 ເປັນຄະນະສະຫະພັນຊາວໜຸ່ມຄອມມູນິດກູບາຂອງມະຫາວິທະຍາໄລ Marta Abreu ແລະ ໄດ້ໄປປະຕິບັດພາລະກິດພັນທະສາກົນກໍາມະຊີບຢູ່ນີກາລາກົວ, ທັງເປັນເລຂາທີໜຶ່ງຄະນະບໍລິຫານງານສະຫະພັນຊາວໝຸ່ມຄອມມູນິດແຂວງ Villa Clara ແລະ ປີ 1991 ເປັນເລຂາທີສອງຄະນະບໍລິຫານງານສະຫະພັນຊາວໜຸ່ມຄອມມູນິດກູບາ ໄດ້ຖືກຮັບຮອງເຂົ້າເປັນສະມາຊິກສູນກາງພັກ, ປີ 1992-1993 ເປັນຄະນະບໍລິຫານງານຊາວໜຸ່ມຄອມມູນິດກູບາ, ຊີ້ນໍາວຽກງານອຸດົມການ-ແນວຄິດ ແລະ ແຮງງານ, ປີ 1993-1994 ເປັນເລຂາພັກແຂວງ Villa Clara ແລະ ເປັນສະມາຊິກຜູ້ແທນສະພາແຫ່ງຊາດ ສ.ກູບາ, ປີ 2003 ຖືກເລືອກຕັ້ງເປັນເລຂາພັກແຂວງ Holguin ແລະ ເປັນກໍາມະການກົມການເມືອງສູນກາງພັກຄອມມູນິດກູບາ, 2009-2012 ເປັນລັດຖະມົນຕີກະຊວງສຶກສາຊັ້ນສູງ, ວັນທີ 21 ມີນາ 2012 ເປັນຮອງປະທານສະພາແຫ່ງລັດ ແລະ ຮອງປະທານສະພາລັດຖະມົນຕີ, ຊີ້ນໍາວຽກງານການສຶກສາ, ວິທະຍາສາດ, ກິລາ ແລະ ວັດທະນະທໍາ, ວັນທີ 21 ກຸມພາ 2013 ເປັນຮອງປະທານສະພາແຫ່ງລັດ ແລະ ຮອງປະທານສະພາລັດຖະມົນຕີຜູ້ທີ່ໜຶ່ງ, ວັນທີ 19 ເມສາ 2018 ເປັນປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີແຫ່ງ ສ.ກູບາ.