ຫລວງນ້ຳທາມອບເງິນຊົດເຊີຍໃຫ້ຜູ້ຖືກຜົນກະທົບຈາກໂຄງການລົດໄຟ ລາວ-ຈີນ
ເມື່ອບໍ່ດົນມານີ້, ແຂວງ ຫລວງນໍ້າທາ ໄດ້ຈັດພິທີມອບ- ຮັບເງິນຊົດເຊີຍ ໃຫ້ແກ່ຜູ້ທີ່ ໄດ້ຮັບຜົນກະທົບຈາກໂຄງ ການກໍ່ສ້າງທາງລົດໄຟ ລາວ- ຈີນ ຈຳນວນ 4 ບ້ານຄື: ບ້ານ ເຕ່ນ, ບໍ່ປຽດ, ຕີນຕົກ ແລະ ບ້ານ ນາເຕີນ, ຈຳນວນ 138 ຄອບ ຄົວລວມມີມູນຄ່າຫລາຍ ກວ່າ 77 ຕື້ກີບ, ເຊິ່ງຕາງໜ້າ ມອບໂດຍ ທ່ານ ທອງແດງ ສິດທິສົນ ຮອງເຈົ້າເມືອງ ຫລວງນໍ້າທາ.
+ ລາວ-ຈີນ ເພີ່ມທະວີການຮ່ວມມືພັດທະນາກິລາ-ກາຍຍະກໍາ2018/
+ ຫລວງພະບາງຈະເພີ່ມກຳລັງຮັກສາຄວາມສະຫງົບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ2018/
ຫົວໜ້າຫ້ອງການປະ ສານງານທາງລົດໄຟ ລາວ-ຈີນ ປະຈຳແຂວງຫລວງນໍ້າທາ ໄດ້ ຜ່ານຂໍ້ຕົກລົງຂອງທ່ານເຈົ້າ ແຂວງຫລວງນໍ້າທາ ສະບັບ ເລກທີ 390/ຈຂ ລົງວັນທີ 28 ມິຖຸນາ 2018 ວ່າດ້ວຍການ ແຕ່ງ ຕັ້ງຄະນະຮັບຜິດຊອບ ເບິກຈ່າຍຄ່າຊົດເຊີຍສິ່ງກີດ ຂວາງ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນ ກະທົບຈາກໂຄງການກໍ່ສ້າງ ທາງລົດໄຟລາວ-ຈີນ ໄລຍະ ຜ່ານມາແຂວງຫລວງນໍ້າທາ ງວດທີ 1 ແລະ ງວດທີ 2 ຄະນະກຳມະການໄກ່ເກ່ຍຂັ້ນ ແຂວງ ໄດ້ສົມທົບຄະນະຄຸ້ມ ຄອງຂອງການກໍ່ສ້າງທາງລົດ ໄຟລາວ-ຈີນ ຈັດອັນດັບບູລິມະ ສິດທີ 1 ເພື່ອເປັນເອກະສານ ອ້າງອີງໃນການຈ່າຍເງິນຊົດ ເຊີຍໃຫ້ແກ່ປະຊາຊົນຜູ້ທີ່ໄດ້ ຮັບຜົນກະທົບຢູ່ 4 ບ້ານດັ່ງ ກ່າວ ໂດຍໄດ້ມີການເບີກຈ່າຍ ເປັນ 2 ງວດ.