ຟລອຍ ຕົກລົງຂຶ້ນຊົກກັບ ນາຊູກາວະ ນັກຊົກຍີ່ປຸ່ນ
ຟລອຍ ເມເວດເທີ ຈູເນຍ ຍອດນັກຊົກຊາວອາເມລິກາ ກຽມກັບມາຂຶ້ນເວທີຊົກມວຍອີກ ພາຍຫລັງເຊັນສັນຍາຂຶ້ນຊົກກັບ ເທນຊິນ ນາຊູກາວະ ນັກຊົກຊາວຍີ່ປຸ່ນ ທີ່ສະໜາມໄຊຕາມະ ຊຸເປີ ອາຣີນາ ໃນເມືອງໄຊຕາມະ ປະເທດຍີ່ປຸ່ນ ເຊິ່ງເປັນລາຍການໃຫຍ່ສົ່ງທ້າຍປີຂອງ ຣີຊິນ ໄຟຕິງ ເຟເດເຣຊັນ ສະຖາບັນສິລະປະການຕໍ່ສູ້ແບບປະສົມປະສານ (MMA) ຊື່ດັງໃນປະເທດຍີ່ປຸ່ນ ໃນວັນທີ 31 ທັນວານີ້.
ກ່ອນໜ້ານີ້ມີຂ່າວວ່າ: ອາດຈະມີການກັບມາຊົກກັບ ແມນນີ ປາກຽວ ຄູ່ປັບເກົ່າຊາວຟີລິບປິນ ຫລື ບໍ່ກໍເປັນ ຄາບິນ ນູມາໂກເມດອບ ນັກຊົກ MMA ຊາວຣັດເຊຍ. ຢ່າງໃດກໍຕາມ, ນັກຊົກອາຍຸ 41 ປີ ປະກາດອຳລາເວທີມວຍໄປ ຫລັງສ້າງສະຖິຕິຊະນະ 50 ໄຟ໊ຊ້ອນ ດ້ວຍການເອົາຊະນະ ຄໍເນີ ແມັກເກຣເຣີ ນັກຊົກຈາກ MMA ຊາວອຽກລັງ ໃນຍົກທີ 10 ເດືອນສິງຫາ 2017 ຕັດສິນໃຈເຊັນສັນຍາກັບສະຖາບັນການຕໍ່ສູ້ຊື່ດັງຂອງຍີ່ປຸ່ນ ເພື່ອຂຶ້ນຊົກກັບ ວາຊູກາວະ ໂດຍເລື່ອງຂອງກົດລະບຽບ ແລະ ຮູບແບບການຊົກນັ້ນຈະຕ້ອງມີການຕົກລົງຕໍ່ຈາກນີ້ ລວມທັງເລື່ອງນ້ຳໜັກ ເຊິ່ງຈະມີການຫາລືກັນເພື່ອຫາຂໍ້ຕົກລົງໃນໄລຍະ 2-3 ອາທິດຫລັງຈາກນີ້.