ພັກເດໂມແຄຣດຈະກວດກາເຂັ້ມງວດ ການເຮັດວຽກຂອງລັດຖະບານ ທຣຳ
ທ່ານ ນາງ ແນນຊີ ເປໂລຊີ ອະດີດຜູ້ນຳສຽງສ່ວນໜ້ອຍໃນສະພາຜູ້ແທນລາຊະດອນຈາກພັກເດໂມແຄຣດ ປະກາດວ່າ: ພັກຈະກວດສອບການເຮັດວຽກຂອງລັດຖະບານປະທານາທິບໍດີ ໂດນັລ ທຣຳ ຢ່າງໃກ້ຊິດ, ແຕ່ສົ່ງສັນຍານວ່າ: ນີ້ບໍ່ແມ່ນການເຮັດສົງຄາມກັບພັກລີພັບບລີກັນ. ຄຳຖະແຫລງດັ່ງກ່າວມີຂຶ້ນຫລັງຈາກພັກເດໂມແຄຣດໄດ້ສຽງສ່ວນຫລາຍໃນສະພາຜູ້ແທນລາຊະດອນ ຈາກການເລືອກຕັ້ງກາງສະໄໝໃນວັນທີ 7 ພະຈິກນີ້. ທ່ານ ນາງ ເປໂລຊີ ຍັງຮັບປາກອີກວ່າ: ສະພາຜູ້ແທນລາຊະດອນພາຍໃຕ້ການນຳຂອງພັກເດໂມແຄຣດ ຈະພະຍາຍາມສ້າງຄວາມປອງດອງໃຫ້ເກີດຂຶ້ນອີກເທື່ອໜຶ່ງ ຫລັງຈາກຊາວອາເມລິກາມີຄວາມເຫັນແຕກແຍກທາງການເມືອງມາດົນພໍແລ້ວ.
ຂະນະທີ່ຄາດວ່າ: ທ່ານ ນາງ ເປໂລຊີ ຈະໄດ້ຮັບຕຳແໜ່ງປະທານສະພາຜູ້ແທນລາຊະດອນອີກເທື່ອໜຶ່ງ ຕໍ່ຈາກທ່ານ ພອລ ໄຣອັນ ຂອງພັກລີພັບບລີກັນ ເຊິ່ງທ່ານ ນາງ ເປໂລຊີ ເຄີຍຢູ່ໃນຕຳແໜ່ງນີ້ມາແລ້ວ 4 ປີ ນັບແຕ່ປີ 2007 ໂດຍເປັນຜູ້ຍິງຄົນທຳອິດທີ່ໄດ້ດຳລົງຕຳແໜ່ງປະທານສະພາຜູ້ແທນລາຊະດອນ ເຊິ່ງມີອຳນາດຮອງຈາກປະທານາທິບໍດີ ແລະ ຮອງປະທານາທິບໍດີ.