ເປີດງານວາງສະແດງຂໍ້ມູນຂ່າວສານກ່ຽວກັບພື້ນທີ່ພູມສາດຢູ່ລາວ
ໃນວັນທີ 6-7 ພະຈິກນີ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວລ້ອມ ຮ່ວມກັບ ກະຊວງທີ່ດິນ ພື້ນຖານໂຄງລ່າງ ແລະ ຄົມມະນາຄົມ ສ ເກົາຫລີ, ໄດ້ຈັດງານວາງສະແດງຂໍ້ມູນຂ່າວສານກ່ຽວກັບພື້ນທີ່ພູມສາດ ຂຶ້ນທີ່ໂຮງແຮງ ຄຣາວພາຊາ ນະຄອນຫຼວງວຽງຈັນ, ເພື່ອຂະຫຍາຍການຮ່ວມມືໃນວຽກງານ ບໍລິຫານຈັດການລະບົບຂໍ້ມູນພື້ນທີ່ ຂອງສອງປະເທດ.
ໃນງານດັ່ງກ່າວ, ປະກອບມີ 4 ກິດຈະກໍາຫຼັກຄື: ສຳມະນາ ວິຊາການດ້ານການບໍລິຫານຈັດການຂໍ້ມູນພື້ນທີ່ (Geospecial Information) ຂອງ 18 ບໍລິສັດຕົວແທນຈາກ ສ ເກົາຫລີ, ເປັນການລວມຕົວກັນລະຫວ່າງ 18 ບໍລະສັດທີ່ເປັນຜູ້ນຳໜ້າດ້ານວຽກງານ ບໍລິຫານຈັດການຂໍ້ມຸນພື້ນທີ່, ພ້ອມນັກວິຊາການຂອງສອງຝ່າຍເຂົ້າຮ່ວມ, ໂດຍຈະມີການນຳສະເໜີ ການນຳໃຊ້ ເຕັກໂນໂລຊີ ທີ່ທັນສະໄໝ UAV ເຂົ້າໃນວຽກງານການກຳເກັບ ແລະ ສ້າງຂໍ້ມູນພື້ນທີ່ ແລະ ພ້ອມທັງການນຳໃຊ້ໃນວຽກງານການຂຶ້ນທະບຽນທີ່ດິນ. ງານວາງສະແດງຂໍ້ມູນຕົວຈິງໃນປັດຈຸບັນ ແລະ ປະສົບການທີ່ທາງບໍລິສັດຂອງ ສ ເກົາຫລີທີ່ໄດ້ເຮັດສຳເລັດໃນໄລຍະຜ່ານມາ ແລະ ນຳສະເໜີ ການນຳໃຊ້ເຕັກໂນໂນໂລຊີ ຫຼືນະວັດຕະກຳທີ່ທັນສະໄໝ ກ່ຽວກັບ ວຽກງານ Geospatial Information, ປະຊຸມທຸລະກິດ ເພື່ອປຶກສາຫາລືໃນດ້ານການຮ່ວມມືຂອງສອງຝ່າຍ ແລະ ໄດ້ຮ່ວມກັນລົງນາມໃນ ບົດບັນທຶກຄວາມເຂົ້າໃຈ MOU ຮ່ວມກັນລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ, ກົມທີ່ດິນລາວ ແລະ ບໍລິສັດ LX, ເພື່ອຮ່ວມມືສ້າງຄວາມເຂັມແຂງ ແລະ ແລກປ່ຽນ ວິຊາການດ້ານການບໍລິຫານຈັດການວຽກງານຂໍ້ມູນພື້ນທີ່ ພ້ອມທັງຊ່ວຍເຫຼືອກັນໃນການສ້າງເປັນໂຄງການໃນອານາຄົດອີກດ້ວຍ.