ກ້າວເຂົ້າຍາມໜາວ ຊອງໄຫລມາງານວິວາເຂັ້ມຂຸ້ນ


ໂດຍ: ທິດກ່ຳ
ຫວ່າງສອງສາມມື້ຜ່ານມາ, ທາງກົມອຸຕຸນິຍົມ ແລະ ອຸທົກກະສາດກໍໄດ້ອອກແຈ້ງການ ວ່າໃຫ້ກຽມພ້ອມຮັບມືກັບ ຄວາມໜາວ ຄາດຄະເນສະພາບອາກາດໃນໄລຍະນີ້ຈະເຢັນລົງ ຫລາຍເຕີບ, ບາງກໍລະນີອາດເຢັນ ລົງຮອດ 1 ຫາ 3 ອົງສາ ໂດຍສະເພາະແມ່ນແຖວພາກເໜືອ ແລະ ພາກກາງ.
+ ງານບຸນງານດອງເປັນກິດຈະກຳໜຶ່ງທາງສັງຄົມ2018/
+ ງານວາງສະແດງສິນຄ້າ ແລະ ການບໍລິການດ້ານງານດອງແບບຄົບວົງຈອນ2017/
ໃນຍາມກາງຄືນຫາ ເຊົ້າ ກໍຈະມີໝອກປົກຫຸ້ມໂດຍທົ່ວ ໄປ, ຕໍ່ການປ່ຽນແປງຂອງສະ ພາບດິນຟ້າອາກາດຈາກຍາມ ຝົນໄປຫາຍາມໜາວ ຫລື ວ່າ ຈາກລະດູຝົນໄປສູ່ລະດູແລ້ງ ຢູ່ປະເທດເຮົາປີນີ້ ຂ້ອນຂ້າງ ໄປຕາມກົດເກນຖ້າທຽບໃສ່ ປີ ຜ່ານມາ, ເພາະວ່າປີກາຍນີ້ ຕອນ ບຸນທາດຫລວງຍັງມີພາຍຸ ແລະ ຝົນຕົກຢູ່.
ແນວໃດກໍຕາມ, ເວົ້າເຖິງ ການປ່ຽນແປງຂອງດິນຟ້າອາ ກາດໃນແຕ່ລະປີນັ້ນບໍ່ມີໃຜສາມາດກຳນົດ ແລະ ຄາດຄະເນ ໄດ້ ຢ່າງແນ່ນອນ. ແຕ່ກໍເຫັນວ່າ, ຖ້າທຽບລະດູຝົນແລ້ວເວົ້າ ເຖິງການໄປມາ, ການເຮັດການສ້າງ ຫລື ການຜະລິດສິນຄ້າ ເຫັນວ່າຍາມແລ້ງມັນກໍສະດວກກວ່າຍາມຝົນຕັ້ງຫລາຍເທົ່າ.
ຕົວຢ່າງໄລຍະນີ້ ພວມເກັບ ກ່ຽວເຂົ້ານາປີ, ເກັບກູ້ຜົນລະ ປູກເຜືອກ, ມັນ, ຖົ່ວດິນ, ສາລີ, ມັນຕົ້ນ, ມັນດ້າງ ແລະ ເພດສິນ ຄ້າກະສິກຳອື່ນໆ ເຊິ່ງເຖົ້າແກ່ ບູຮານເພິ່ນພາເວົ້າວ່າເປັນຍາມ ເຂົ້າໃໝ່ປາມັນ, ຍາມເຂົ້າສຸກ ເຕັມນາ, ປາເຕັມຕ້ອນ, ມ້ອນ ເຕັມດົ້ງ, ຊັບສິນໂຮມເຕັມເລົ້າ ເຂົ້າເຕັມເຢຍ.
ໄປຄຽງຄູ່ກັນນັ້ນ, ທາງ ດ້ານສັງຄົມກໍຖືວ່າເປັນໄລຍະ ເຮັດບຸນສິນກິນທານເຊັ່ນ: ໝົດ ໄລຍະບຸນກະຖິ່ນກໍແມ່ນກອງ ຜ້າປ່າ, ບຸນຕາມປະເພນີຕາມ ປີຕາມເດືອນ, ຕາມຮີດສິບ ສອງຄອງສິບສີ່, ຮີດຍີ່ຄອງ ຈຽງ ແລະ ຍັງບໍ່ພໍເທົ່າ ໃດວັນ ກໍຈະແມ່ນບຸນນະມັດສະການ ພະທາດຫລວງອັນເປັນປະ ເພນີວັດທະນະທຳຂອງຊາດ ລາວ, ຄົນລາວເຮົາມາແຕ່ດຶກ ດຳບັນ.
ສ່ວນປະເພນີທາງສັງຄົມ ອີກອັນໜຶ່ງ ເຊິ່ງກາຍມາເປັນ ກິດຈະກຳຂອງຄົນລາວເຮົາກໍ ແມ່ນການສົມລົດສົມຮັກ ຫລື ທີ່ເອີ້ນກັນຕາມແບບສະບັບ ກໍແມ່ນການແຕງງານ ຫລື ວ່າແຕ່ງດອງຢ່າງເປັນຂະ ບວນກວ້າງຂວາງໃນສັງຄົມ ບ້ານເຮົາ.
ເພາະສະນັ້ນ, ຈຶ່ງເວົ້າໄດ້ ວ່າ ເມື່ອຮອດຍາມນີ້ມາມັນ ກໍເປັນໄລຍະຊອງໄຫລມາງານ ວິວາກໍເຂັ້ມຂຸ້ນເພາະທຸກສິ່ງທຸກ ຢ່າງໃຜກໍຫ້າງຫາກະກຽມໃສ່ ຍາມແລ້ງໄລຍະອາກາດໜາວອັນເປັນໄລຍະທີ່ມີຄວາມສຸກ, ຄວາມອົບອຸ່ນ, ມີໂຊກມີໄຊ, ທັງອຸດົມສົມບູນໄປດ້ວຍເຂົ້າ ປາອາຫານເຮັດຫຍັງມັນກໍມີ ຄວາມສະດວກສະບາຍ, ບໍ່ ຫຍຸ້ງບໍ່ຍາກ ແລະ ບໍ່ມີອຸປະສັກ ໃນ ເລື່ອງຟ້າເລື່ອງຝົນ.
ສະຫລຸບແລ້ວ, ເມື່ອເຖິງ ຍາມ ນີ້ມາບໍ່ວ່າແຕ່ທິດກ່ຳ, ໝູ່ ເພື່ອນທັງຫລາຍທີ່ໄດ້ດຳລົງ ຊີວິດຢູ່ໃນສັງຄົມຕ່າງກໍໄດ້ຮັບ ຊອງບັດເຊີນ, ບັດເລົ່າໃນກໍ ລະນີຕ່າງໆ ດ້ວຍກັນເຊັ່ນ: ບັດ ເຊີນງານດອງ, ບັດເຊີນຜູກແຂນຂຶ້ນເຮືອນໃໝ່, ບັດເລົ່າບຸນ ເຮືອນ ແລະ ງານຕ່າງໆ ໄຫລ ມາເທມາ ໃນແຕ່ລະອາທິດບໍ່ ຕ່ຳກວ່າ 3 ຫາ 5 ຫລື ບາງອາ ທິດກໍເປັນ 10.
ເຖິງຢ່າງໃດກໍດີ, ການ ທີ່ໝູ່ ຄູ່ເພື່ອນມິດສະຫາຍເອົາຊອງ ບັດເຊີນບັດເລົ່າມາໃຫ້ມັນກໍສະ ແດງວ່າໝູ່ຄູ່ຍັງຄິດເຫັນເຮົາ, ຍັງມີຄວາມຮັກແພງກັບເຮົາ ແລະ ບໍ່ລືມເຮົາໃນຍາມມີວຽກ ມີງານກາຍເປັນຄວາມຮັກແພງສະໜິດສະໜົມທີ່ເຊື່ອມໂຍງ ກົມກຽວ ໃນສັງຄົມທີ່ມີຄວາມສຸກ, ແຕ່ສິ່ງສຳຄັນມີອັນ ໃດເຮົາ ກໍຕ້ອງໄດ້ຕັກເຕືອນເວົ້າວ່າກັນ ດ້ວຍຄວາມຈິງໃຈໂດຍສະເພາະການກິນການດື່ມບໍ່ໃຫ້ຟູມເຟືອຍ ເກີນເຫດ.
ອັນສຳຄັນທີ່ສຸດກິນເມົາ ແລ້ວກໍບໍ່ຄວນຂັບລົດເພາະຢ້ານ ເກີດອຸປະຕິເຫດ, ການໄປການ ມາກໍຕ້ອງ ໄດ້ລະວັງເບິ່ງຊ້າຍ ເບິ່ງຂວາເພາະສັງຄົມເຮົາທຸກ ວັນນີ້ຄວາມສ່ຽງມັນມີຫລາຍ ດ້ານ, ຄວາມປະໝາດນັ້ນລະຈະ ເຮັດໃຫ້ເຮົາບໍ່ປອດໄພ./.

