ດື່ມນຳ້ອຸ່ນສົ່ງຜົນດີໂດຍກົງຕໍ່ຮ່າງກາຍ
ທາງກຸ່ມແພດສັນຊາດຍີ່ປຸ່ນໄດ້ຢັ້ງຢືນເປັນສຽງດຽວກັນວ່າ : ນຳ້ອຸ່ນມີປະສິດທິພາບໃນເລື່ອງການແກ້ບັນຫາດ້ານສຸຂະພາບໄດ້ 100% ເຊິ່ງນຳ້ອຸ່ນມີປະໂຫຍດຫລາຍກ່ວານຳ້ເຢັນຫລາຍ ໂດຍມີການທົດລອງໃນໄລຍະເວລາ 1 ເດືອນ ປະກົດວ່າ : ສົ່ງຜົນດີຕໍ່ຮ່າງກາຍແທ້ໆ ຈາກທີ່ເປັນຄົນມັກເຈັບປ່ວຍກໍກາຍເປັນຄົນສຸຂະພາບແຂງແຮງຂຶ້ນ. ໃຫ້ຄຳນຶງໄວ້ສະເໝີວ່າ ນຳ້ເຢັນຈະເປັນອັນຕະລາຍຕໍ່ສຸຂະພາບຂອງທ່ານ.
- ຄົນສ່ວນຫລາຍລໍຖ້າການປູກຖ່າຍຕັບເປັນເຫຍື່ອຂອງການດື່ມນຳ້ເຢັນ.
- ເຄື່ອງດື່ມເຢັນເປັນສາເຫດສຳຄັນຂອງການເກີດອາການຫົວໃຈວາຍ. ນອກຈາກນີ້, ຍັງສ້າງບັນຫາໃນຕັບ ເຮັດໃຫ້ໄຂມັນຕິດຢູ່ກັບຕັບ.
- ນຳ້ເຢັນຈະປິດ 4 ຫລອດເລືອດດຳຂອງຫົວໃຈ ແລະ ເຮັດໃຫ້ຫົວໃຈວາຍ.
- ນຳ້ເຢັນສົ່ງຜົນກະທົບຕໍ່ຜິວໜັງພາຍໃນຂອງກະເພາະອາຫານ, ມີຜົນຕໍ່ລຳໄສ້ໃຫຍ່ ແລະ ສົ່ງຜົນຕໍ່ມະເຮັງ.
ຫາກນຳ້ເຢັນບໍ່ສົ່ງຜົນກະທົບຕໍ່ທ່ານໃນໄວເດັກ ກໍຈະເປັນອັນຕະລາຍຕໍ່ທ່ານໃນໄວເຖົ້າ.
– ວິທີການດື່ມນຳ້ອຸ່ນຢ່າງຖືກຕ້ອງເພື່ອໃຫ້ໄດ້ປະໂຫຍດສູງສຸດ :
ລຸກຂຶ້ນໃນຕອນເຊົ້າແລ້ວດື່ມນຳ້ອຸ່ນປະມານ 4 ຈອກ ເມື່ອທ້ອງວ່າງເປົ່າ. ທ່ານອາດຈະດື່ມບໍ່ໄດ້ໝົດ 4 ຈອກໃນໄລຍະເລີ່ມຕົ້ນ ແຕ່ບໍ່ດົນທ່ານຈະເຮັດໄດ້.
– ໝາຍເຫດ : ຢ່າຟ້າວກິນຫຍັງຕາມຫລັງເມື່ອດື່ມນຳ້ໄປໄດ້45 ນາທີ.
ການບຳບັດດ້ວຍນຳ້ອຸ່ນຈະຊ່ວຍແກ້ບັນຫາສຸຂະພາບພາຍໃນ ຫລື ອາການຖ່າຍຍາກ ລວມທັງພະຍາດອື່ນໆ ເຊັ່ນ :
- ຫລຸດຄໍເລສເຕີໂຣນພາຍໃນ 4 ເດືອນ.
- ປິ່ນປົວອາການຊັອກບ້າໝູ ແລະ ອຳມະພາດຢ່າງຕໍ່ເນື່ອງເປັນເວລາ 9 ເດືອນ.
- ປິ່ນປົວຫອບຫືດໃຫ້ອາການດີຂຶ້ນພາຍໃນ 4 ເດືອນ.
- ປິ່ນປົວມະເຮັງທຸກຊະນິດໃນ 9 ເດືອນ.
- ຫລຸດບັນຫາຂອງແມ່ຍິງໃນ 15 ມື້.
- ສົ່ງຜົນດີຕໍ່ພະຍາດຫົວໃຈພາຍໃນ 30 ມື້.
- ຫລຸດອາການເຈັບຫົວ, ໄມເກຣນພາຍໃນ 3 ມື້.
- ສົ່ງຜົນດີຕໍ່ການອັດຕັນຂອງເສັ້ນເລືອດໃນ 6 ເດືອນ.
- ປິ່ນປົວພະຍາດເບົາຫວານພາຍໃນ 30 ມື້.
- ສົ່ງຜົນດີຕໍ່ອາການຄວາມດັນເລືອດພາຍໃນ 30 ມື້.
- ຫລຸດບັນຫາດັງ, ຫູ ແລະ ຄໍ ພາຍໃນ 10 ມື້.
- ຫລຸດບັນຫາກ່ຽວກັບກະເພາະອາຫານພາຍໃນ 10 ມື້.
- ຊ່ວຍໃນການຍ່ອຍອາຫານທີ່ບໍ່ດີພາຍໃນ 10 ມື້.
- ຫລຸດບັນຫາມົດລູກ ແລະ ພະຍາດທີ່ກ່ຽວຂ້ອງໃນ 10 ມື້.
ນຳ້ທີ່ດື່ມ ຖ້າຈະໃຫ້ດີຕ້ອງເປັນນຳ້ອຸນຫະພູມປົກກະຕິ ບໍ່ຮ້ອນ ຫລື ເຢັນຫລາຍເກີນໄປ, ແຕ່ກໍຍົກເວັ້ນໃນບາງກໍລະນີ ເຊັ່ນ : ຕອນເຊົ້າຖ້າເປັນໄປໄດ້ຄວນດື່ມນຳ້ອຸ່ນໆ ເພາະຈະຊ່ວຍໃນການຂັບຖ່າຍໃຫ້ດີຍິ່ງຂຶ້ນ, ລຳໄສ້ກໍຈະສະອາດຫລາຍຂຶ້ນ. ການດື່ມນຳ້ຢ່າງຖືກຕ້ອງນັ້ນຄວນດື່ມມື້ລະ 8 ຈອກ ຫລື 14 ຈອກຍິ່ງດີ. ໃນຕອນເຊົ້າຫລັງຕື່ນນອນຄວນດື່ມນຳ້ 2 – 4 ຈອກ ເປັນນຳ້ອຸ່ນໆໄດ້ຈະດີຫລາຍ ໃນຕອນກາງເວັນຄວນດື່ມນຳ້ 1 ຈອກ ທັງກ່ອນ ແລະ ຫລັງກິນເຂົ້າທຸກໆຄາບ ແລະ ໃນລະຫວ່າງຕອນບ່າຍຫາຕອນແລງ ກໍຄວນດື່ມນຳ້ອີກເທື່ອລະ 1 ຈອກ, ກ່ອນເຂົ້ານອນໃຫ້ດື່ມນຳ້ອຸ່ນໆ 1 ຈອກ. ການດື່ມນຳ້ນັ້ນຄວນດື່ມເທື່ອລະ 1 ຈອກ ບໍ່ຄວນດື່ມຫລາຍໆບາດດຽວ ເພາະບໍ່ເປັນຜົນດີຕໍ່ຮ່າງກາຍ. ຄວນດື່ມນຳ້ກ່ອນຈະກິນເຂົ້າ ປະມານ 30 – 45 ນາທີ, ໃນລະຫ່ວາງກິນອາຫານບໍ່ຄວນດື່ມນຳ້ຕະຫລອດເວລາ ເພາະຈະເຮັດໃຫ້ນຳ້ຍ່ອຍໃນກະເພາະອາຫານເຈືອຈາງ ເຮັດໃຫ້ລະບົບຍ່ອຍເຮັດວຽກບໍ່ດີ. ພາຍຫລັງກິນອາຫານອີ່ມແລ້ວບໍ່ຄວນດື່ມນຳ້ທັນທີ ຄວນລໍຖ້າໃຫ້ເຖິງ 30 ນາທີກ່ອນ. ຫລີກເວັ້ນການດື່ມນຳ້ເຢັນ ຫລື ນຳ້ອັດລົມ ເພາະຈະໄປດຶງຄວາມຮ້ອນໃນຮ່າງກາຍມາເຮັດໃຫ້ນຳ້ທີ່ເຮົາດື່ມເຂົ້າໄປມີອຸນຫະ ພູມເທົ່າກັບຮ່າງກາຍຈົນເສຍເວລາໃນການປັບຄວາມດຸ່ນດ່ຽງ ແລະ ສູນເສຍພະລັງງານ. ສຳລັບແມ່ຍິງແມ່ນຈະເຮັດໃຫ້ເຈັບທ້ອງ ນ້ອຍຮຸນແຮງຂຶ້ນໃນເວລາເປັນປະຈຳເດືອນ.