ຫວຽດນາມ ກຽມເປັນເຈົ້າພາບລົດສູດ 1 Formula 1 ຄັ້ງທຳອິດ ໃນປີ 2020


ຄວາມຝັນຂອງຫວຽດນາມໃກ້ເປັນຈິງໃນການເປັນເຈົ້າພາບຈັດການແຂ່ງຂັນລົດສູດ 1 ຟຣໍມູລາວັນ (Formula 1) ຄັ້ງທຳອິດຂອງປະເທດ ເມື່ອລັດຖະບານ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ ແລະ ຝ່າຍຈັດການແຂ່ງຂັນ Formula 1 ໄດ້ປຶກສາຫາລືກັນໃນອາທິດນີ້ ແລະ ຕົກລົງເຫັນດີໃຫ້ຫວຽດນາມເປັນເຈົ້າພາບຄັ້ງປະຫວັດສາດ.
ການແຂ່ງຂັນຈະມີຂຶ້ນໃນປີ 2020 ໂດຍຈະໃຊ້ເສັ້ນທາງໃນນະຄອນຫລວງຮ່າໂນ້ຍ. ທ່ານ ເຊັສ ຄາຣີ້ (Chase Carey) ຜູ້ບໍລິຫານລະດັບສູງຂອງລົດສູດ 1 Formula 1 ກ່າວວ່າ: ພວກເຮົາໄດ້ກຳນົດເອົາເສັ້ນທາງໃນນະຄອນຫລວງຮ່າໂນ້ຍໃຫ້ໄດ້ໄລຍະທາງຕໍ່ຮອບ 5.565 ກິໂລແມັດ ໂດຍມີເຖິງ 22 ໂຄ້ງ.
ການ 22 ໂຄ້ງຢູ່ຫວຽດນາມຄັ້ງນີ້ ເປັນສະໜາມທຳອິດວົງການລົດສູດ 1 Formula 1 ແຊງສະຖິຕິຂອງ ຊູຊູກະ ປະເທດຍີ່ປຸ່ນ ແລະ ເຊປັງຂອງມາເລເຊຍ 16-19 ໂຄ້ງ ແລະ ມີເສັ້ນທາງຊື່ຍາວ 1.500 ແມັດ ທີ່ສາມາດເລັ່ງຄວາມໄວໄດ້ເຖິງ 300 ກິໂລແມັດຕໍ່ຊົ່ວໂມງ (335km/h) ຫລື 208 ໄມຕໍ່ຊົ່ວໂມງ (208mph).
ການແຂ່ງຂັນຄັ້ງປະຫວັດສາດນີ້ ຈະໃສ່ຊື່ເປັນພາສາອັງກິດວ່າ: Vietnamese Grand Prix ເປັນສະໜາມທີ 4 ທີ່ໃຊ້ຖະໜົນເປັນສະໜາມແຂ່ງ ຕໍ່ຈາກຢູ່ ໂມນາໂຄ, ສິງກະໂປ ແລະ ອາເຊີໄບຈັນ ແລະ ຫວຽດນາມເປັນປະເທດທີ 3 ໃນອາຊຽນທີ່ສາມາດເປັນເຈົ້າພາບຈັດການແຂ່ງຂັນລົດສູດ 1 Formula 1 ຕໍ່ຈາກມາເຊຍ ແລະ ສິງກະໂປ.
ທ່ານ Nguyen Duc Chung ເຈົ້າຄອງນະຄອນຫລວງຮ່າໂນ້ຍ ກ່າວວ່າ: ນີ້ຈະເປັນການສະແດງໃຫ້ເຫັນເຖິງຄວາມອາດສາມາດຂອງຫວຽດນາມໃນຖານະປະເທດທີ່ມີການພັດທະນາເສດຖະກິດໄດ້ຢ່າງວ່ອງໄວ ສາມາດເປັນເຈົ້າງານໃຫຍ່ລະດັບໂລກ ເພື່ອດຶງດູດການທ່ອງທ່ຽວໃຫ້ປະເທດ.