ຮອງລັດຖະມົນຕີສາທາລະນະສຸກ ລົງກວດກາຄວາມພ້ອມການກະກຽມສະຫລອງວັນສ້າງຕັ້ງເມືອງວຽງໄຊ
ເມື່ອບໍ່ດົນມານີ້, ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລົງເຄື່ອນໄຫວຢ້ຽມຢາມພື້ນຖານສາທາລະນະສຸກ ຢູ່ແຂວງຫົວພັນ ເພື່ອຕິດຕາມຄວາມພ້ອມຂອງຂະແໜງສາທາລະນະສຸກໃນການກະກຽມໃຫ້ງານສະເຫລີມສະຫລອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ, ໂດຍໄດ້ໄປຢ້ຽມຢາມໂຮງໝໍມິດຕະພາບລາວ-ຫວຽດນາມ ທີ່ຖໍ້າຊຽງລັອງ ແລະ ໂຮງໝໍແຂວງຫົວພັນ.
ໂອກາດດຽວກັນນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ລົງຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກໄລຍະ 9 ເດືອນ ຂອງແຂວງຫົວພັນ ແລະ ຊີ້ນຳແຜນ 3 ເດືອນ 2018 ແລະ ການສ້າງແຜນ 2019, ໂດຍແນໃສ່ບັນດາວຽກຈຸດສຸມ ບູລິມະສິດຂອງຂະແໜງສາທາລະນະສຸກ ກໍຄື 10 ຕົວຊີ້ວັດ ຂອງສາທາລະນະສຸກທີ່ສະພາແຫ່ງຊາດຮັບ ຮອງ ຄື: ເຮັດໃຫ້ອັດຕາການຕາຍຂອງເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານໃຫ້ຍັງເຫລືອ 21%, ອັດຕາການຕາຍຂອງເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງຕໍ່າກວ່າມາດຕະຖານ ໃຫ້ຍັງເຫລືອ 33,2%, ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີ ໃຫ້ຍັງເຫລືອ 38/1.000 ຄົນ ຂອງເດັກເກີດມີຊີວິດ, ອັດຕາການຕາຍຂອງເດັກ ນ້ອຍລຸ່ມ 5 ປີ ໃຫ້ຍັງເຫລືອ 51/1.000 ຄົນ ຂອງເດັກເກີດມີຊີວິດ, ອັດຕາການຕາຍຂອງແມ່ ໃຫ້ຍັງເຫລືອ 175/100.000 ຄົນ ຂອງເດັກເກີດມີຊີວິດ, ອັດຕາການເກີດລູກມີ ແພດຊ່ວຍໃຫ້ໄດ້ 74%, ອັດຕາການສັກຢາກັນພະຍາດ ໃນເດັກນ້ອຍລຸ່ມ 1 ປີໃຫ້ໄດ້ 90%.
ໃນຂະນະດຽວກັນ, ທ່ານລັດຖະມົນຕີ ກໍໄດ້ແນະນຳໃຫ້ສາທາລະນະສຸກແຂວງຫົວພັນ ສຸມໃສ່ຍົກສູງອັດຕາການຊົມໃຊ້ນໍ້າສະອາດ ກໍໃຫ້ໄດ້ 88%, ອັດຕາການຊົມໃຊ້ວິດຖ່າຍຄອບຄົວໃຫ້ໄດ້ 73% ຂອງປະຊາກອນທັງໝົດ, ອັດຕາການປົກຄຸມປະກັນສຸຂະພາບໃຫ້ໄດ້ 75% ຂອງປະຊາກອນທັງໝົດ ເພື່ອເຮັດໃຫ້ການບໍລິການສຸຂະພາບຂອງປະຊາຊົນມີຄຸນນະພາບດີຂຶ້ນ.