ນັກທຸລະກິດລາວ ສາມາດຜະລິດຝຸ່ນຊີວະພາບຍີ່ຫໍ້ “ຈຳປາຄຳ”
ບໍລິສັດ ພູນເງິນການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ເປັນບໍລິສັດທີ່ຜະລິດຝຸ່ນຊີວະພາບ ແລະ ປູກເຂົ້າປອດສານຜິດ, ບໍລິຫານງານໂດຍນັກທຸລະກິດຍິງ ເຊິ່ງເປັນ ໜຶ່ງໃນລ້ານດວງໃຈ ທີ່ຮັກຜືນແຜ່ນດິນອັນອຸດົມສົມບູນ ແລະ ເປັນທຳມະຊາດມາແຕ່ບູຮານນະການຂອງບ້ານເຮົາ ປາດຖະໜາຢາກໃຫ້ຜືນແຜ່ນດິນຍັງຄົງຮັກສາຄວາມເປັນທຳມະຊາດນັ້ນໄວ້ໄດ້ຢ່າງໜັ້ນຄົງຍາວນານ.
ດັ່ງນັ້ນ ເພິ່ນຈຶ່ງໄດ້ມີຫົວຄິດຜະລິດຝຸ່ນຊີວະພາບກາ “ຈຳປາຄຳ” ນີ້ຂຶ້ນເພື່ອໃຫ້ເປັນມິດຕໍ່ຜູ້ຊົມໃຊ້ ແລະ ຜູ້ບໍລິໂພກ, ຜົນຜະລິດຈາກໄຮ່ນາ, ດິນສວນ ແລະ ຝຸ່ນຊີວະພາບດັ່ງກ່າວ ຍັງເປັນອາຫານສຳຄັນໃຫ້ແກ່ດິນ ສິ່ງແວດລ້ອມ ແລະ ຍັງສາມາດຖະນຸຖະໜອມບຳລຸງດິນໃຫ້ພຸພຸ່ຍ, ງອກງາມ ກັບສູ່ຄວາມເປັນທຳມະຊາດຂອງດິນໄດ້ຢ່າງແທ້ຈິງ. ສາມາດຊ່ວຍໃຫ້ຜົນຜະລິດປອດສານຜິດ ແລະມີຄວາມເປັນທຳມະຊາດແທ້ 100% ໂດຍໄດ້ຮັບການກວດກາຄຸນນະພາບຈາກກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ເປັນຢ່າງດີ, ດັ່ງເຂົ້າພູນເງິນ ນອກຈາກມີຄຸນຄ່າ ແລະ ປະໂຫຍດທາງດ້ານອາຫານແລ້ວ ຍັງສາມາດ ບຳລຸງຮ່າງກາຍ, ຊ່ວຍຂັບລົມ ແລະ ສານຜິດໃນຮ່າງກາຍ, ສ້າງສານອາຫານ, ຊ່ວຍບຳລຸງຜິດວພັນໃຫ້ນຽນຂຶ້ນ ແລະ ຊ່ວຍໃຫ້ຄວາມນຸ້ມແໜ້ນ ສົດຊື່ນໄດ້ຢ່າງຍາວນານ, ເຊິ່ງມີບໍລິສັດຕັ້ງຢູ່ ສູນການຄ້າ ອາຊຽນມໍ, ຫ້ອງການເລກທີ່ H9 ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໂທ 021413420 ແລະ 02058881666.
ທ່ານ ນາງ ດາລີວັນ ສິດພະໄຊ ປະທານບໍລິສັດ ພູນເງິນການຄ້າ ຂາເຂົ້າ-ຂາອອກ ຈຳກັດ ຜູ້ດຽວ ໃຫ້ຮູ້ວ່າ: ກ່ອນທີ່ຈະຜະລິດຝຸ່ນຊີວະພາບນີ້ຂຶ້ນກໍໄດ້ສຶກສາ ກ່ຽວກັບດິນ, ກະສິກຳ ແລະ ຝຸ່ນ ວ່າດິນຕ້ອງການຫຍັງ, ຕ້ອງການຝຸ່ນແບບໃດ ເພາະເນື່ອງຈາກຊາວກະສິກອນສ່ວນໃຫຍ່ມັກໃຊ້ຝຸ່ນເຄມີທີ່ເລັ່ງໃຫ້ພືດຜັກ-ຕົ້ນໄມ້ໃຫຍ່ໄວ ແຕ່ມັນຈະເຮັດໃຫ້ດິນເສຍຄວາມເປັນທຳມະຊາດ, ດິນແຂງ ແລະ ບໍ່ດູດຊຶມນໍ້າໄດ້ດີ ຈົນກາຍເປັນດິນຕາຍ, ຫຼັງຈາກທີ່ໄດ້ສຶກສາຮຽນຮູ້ມາແລ້ວ ຈຶ່ງໄດ້ໄປພົວພັນກັບກະຊວງກະສິກຳ ແລະ ປ່າໄມ້ ເພື່ອຂໍອະນຸຍາດ ຜະລິດຝຸ່ນຊີວະພາບ ທີ່ບໍ່ເຮັດໃຫ້ດິນເສຍຄວາມເປັນທຳມະຊາດ ແລະ ຕ້ອງໄດ້ໃຊ້ທຶນໝູນເປັນຈຳນວນຫຼາຍ ເພື່ອສາມາດຜະລິດຝຸ່ນດັ່ງກ່າວເຊັ່ນ: ການເກັບ ຊື້ຂີ້ເຈຍແຮໄວ້ເປັນຈຳນວນຫຼາຍເພື່ອຮອດຍາມຝົນມາຈະບໍ່ສາມາດໄປເອົາຂີ້ເຈຍມາປະສົມເຮັດຝຸ່ນໄດ້ ເຊິ່ງສ່ວນປະສົມຂອງມັນປະກອບມີຄື: ຂີ້ເຈຍ, ຂີ້ອ້ອຍ, ຝຸ່ນຄອກ, ໃບໄມ້, ໄນໂດເຈນ, ຟອດຟໍ່ຣັດ, ໂປຣເຕັດຊຽມ, ທາດອາຫານສຳຮອງ, ແຄມຊຽມ, ແມັກນີ່ຊຽມ, ຊັນເຟີ, ເຫຼັກ ແລະ ໄຮໂດເຈນ. ນອກຈາກນີ້ ຍັງໄດ້ກະຕຸກຊຸກຍູ້ສະໜອງແນວພັນເຂົ້າ ແລະ ຝຸ່ນຊີວະພາບໃຫ້ແກ່ຊາວກະສິກອນ ແລະ ຮັບຊື້ເຂົ້າເປືອກຈາກປະຊາຊົນ ເພື່ອນຳມາຜະລິດເປັນເຂົ້າສານຄຸນນະພາບຈາກທຳມະຊາດປອດສານຜິດ ແບບສຳເລັດຮູບອີກດ້ວຍ.