ອີໂບລາລະບາດໃນກົງໂກ ຮຸນແຮງສຸດໃນປະຫວັດສາດ


ຈຳນວນຜູ້ເສຍຊີວິດຈາກການແຜ່ລະບາດຂອງເຊື້ອໄວຣັສອີໂບລາໃນສາທາລະນະລັດ ປະຊາທິປະໄຕ ກົງໂກ ນັບແຕ່ເດືອນສິງຫາຜ່ານມາ ເພີ່ມເປັນຫລາຍກວ່າ 200 ຄົນ ຖືເປັນສະຖານະການຮຸນແຮງທີ່ສຸດນັບແຕ່ມີການພົບເຊື້ອເທື່ອທຳອິດໃນໂລກທີ່ປະເທດແຫ່ງນີ້ ເມື່ອ 42 ປີຜ່ານມາ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກຂອງກົງໂກລາຍງານໃນວັນທີ 10 ພະຈິກວ່າ: ຈຳນວນຜູ້ເສຍຊີວິດຈາກການຕິດເຊື້ອໄວຣັສອີໂບລາໃນປະເທດນັບແຕ່ເດືອນສິງຫາຜ່ານມາ ເພີ່ມເປັນ “ຫລາຍກວ່າ 200 ຄົນ” ຈາກຈຳນວນຜູ້ປ່ວຍສະສົມ ເຊິ່ງມີຢູ່ເກືອບ 300 ຄົນ ໂດຍປະມານເຄິ່ງໜຶ່ງຢູ່ເມືອງເບນີ ໜຶ່ງໃນເມືອງໃຫຍ່ຂອງແຂວງກິວູເໜືອ ມີປະຊາຊົນເຖິງ 800.000 ຄົນ ແລະ ມີຊາຍແດນຕິດກັບອູກັນດາ.
ທັງນີ້, ສະຖິຕິດັ່ງກ່າວ ເຊິ່ງເປັນການແຜ່ລະບາດຂອງເຊື້ອໄວຣັສອີໂບລາໃນກົງໂກເປັນຄັ້ງທີ 2 ໃນປີນີ້ ໂດຍຄັ້ງທຳອິດເກີດຂຶ້ນໃນເດືອນພຶດສະພາຜ່ານມາ ແລະ ມີທ່າອ່ຽງຂອງການແຜ່ລະບາດໃນລະດັບຮຸນແຮງທີ່ສຸດນັບແຕ່ປີ 1976 ເຊິ່ງເປັນປີທີ່ມີການຄົ້ນພົບເຊື້ອໄວຣັສຊະນິດດັ່ງກ່າວເປັນຄັ້ງທຳອິດໃນໂລກຢູ່ກົງໂກ ມີລາຍງານຈຳນວນຜູ້ປ່ວຍທັງໝົດ 318 ຄົນ ໃນຈຳນວນນີ້ເສຍຊີວິດ 280 ຄົນ.
ຂະນະທີ່ອົງການອະນາໄມໂລກ (WHO) ແຈກຢາຍວັກແຊງປ້ອງກັນເຊື້ອໄວຣັສອີໂບລາຢູ່ກົງໂກນັບແຕ່ໄລຍະການແຜ່ລະບາດໃນເດືອນພຶດສະພາປີນີ້ ໂດຍເຊື້ອໄວຣັສຍັງຄົງເປັນສາຍພັນດຽວກັບທີ່ເຄີຍແຜ່ລະບາດໃນຫລາຍປະເທດຂອງອາຟຣິກາ ລະຫວ່າງປີ 2013-2015 ເຊິ່ງເປັນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 11.300 ຄົນ ແລະ ບໍ່ສະບາຍອີກປະມານ 28.600 ຄົນ.