ບອນມັທ ອອກຫາຕົວແທນ ອາເກ້ ແລ້ວ
ບອນມັທ ຕົກເປັນຂ່າວອອກຫາກອງຫລັງຄົນໃໝ່ ຫລັງ ນາທານ ອາເກ້ ກອງຫລັງຄົນເກັ່ງ ອາດຍ້າຍທີມໃນໄວໆນີ້ ຫລັງນັກເຕະຕົກເປັນເປົ້າໝາຍຂອງບັນດາສະໂມສອນຍັກໃຫຍ່ໃນ ພຣີເມຍລີກ ແລະ ອາດດຶງເອົາໄວ້ບໍ່ໄດ້ຕໍ່ໄປ.
ບອນມັທ ສະໂມສອນແຫ່ງພຣີເມຍລີກ ຕົກເປັນຂ່າວວ່າເລີ່ມຊອກຫາກອງຫລັງຄົນໃໝ່ແລ້ວ ຫລັງຈາກ ນາທານ ອາເກ້ ເຊັນເຕີຮາບຄົນເກັ່ງ ອາດຈະຍ້າຍທີມໃນໄວໆນີ້ ໃນລາຄາ 40 ລ້ານປອນ.
ດາວເຕະທີມຊາດຮອລແລນ ສ້າງຜົນງານໄດ້ໜ້າປະທັບໃຈຈົນຕົກເປັນເປົ້າໝາຍຂອງ ແມນເຊັສເຕີ ຊິຕີ້, ແມນເຊັສເຕີ ຢູໄນເຕັດ ແລະ ທ໊ອດແນມ ຮ໊ອດສະເປີ. ຂະນະທີ່ ບອນມັທ ຈຳເປັນຕ້ອງລາຍງານເລື່ອງນີ້ກັບ ເຊລຊີ ອະດີດຕົ້ນສັງກັດຂອງນັກເຕະກ່ອນ ເນື່ອງຈາກ ເຊລຊີ ມີອອບຊັນສາມາດຊື້ນັກເຕະກັບໄດ້ເປັນທີມທຳອິດ.
ໜັງສືພິມເດິ ຊັນ ລາຍງານວ່າ: ເອັດດີ້ ຮາວ ຜູ້ຈັດການທີມ ບອນມັທ ຍອມຮັບວ່າຕ້ອງເສຍ ອາເກ້ ໄປແນ່ນອນ ແລະ ຕ້ອງການຈະຫາຕົວແທນໂດຍໄວທີ່ສຸດ.