ແມນຢູ ຈະຈັບ ໂຈນ ຕໍ່ສັນຍາໃໝ່


ແມນເຊັສເຕີ ຢູໄນເຕັດ ຕົກເປັນຂ່າວກຽມຈັບ ຟິລ ໂຈນ ກອງຫລັງຂອງທີມ ຕໍ່ສັນຍາໄປອີກປີໜຶ່ງ ເຫດບໍ່ຢາກເສຍນັກເຕະແບບຟຣີໆໃນໄລຍະຈົບລະດູການນີ້. ຂະນະທີ່ ໂຊເຊ່ ມູຣິນໂຢ ຜູ້ຈັດການທີມ ແມນຢູ ກຳລັງຊອກຫາເຊັນເຕີຮາບຄົນໃໝ່ໃນຕອນນີ້.
ແມນເຊັສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ແຫ່ງ ພຣີເມຍລີກ ຕົກເປັນຂ່າວວ່າກຽມຈະຈັບ ຟິລ ໂຈນ ກອງຫລັງຂອງທີມ ຕໍ່ສັນຍາສະບັບໃໝ່ອອກໄປອີກ 1 ປີ ເນື່ອງຈາກບໍ່ຕ້ອງການຈະເສຍນັກເຕະໄປແບບຟຣີໆ ເມື່ອສັນຍາສິ້ນສຸດລົງໃນຈົບລະດູການນີ້.
ໂຊເຊ ມູຣິນໂຢ ຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ ກຳລັງຊອກຫາເຊັນເຕີຮາບຄົນໃໝ່ ແຕ່ກໍມີລາຍງານວ່າ: ໂຈນ ຍັງຢູ່ໃນແຜນການຂອງລາວ ເຖິງວ່າມີອາການບາດເຈັບຊ້ຳໆໃນໄລຍະຜ່ານມາກໍຕາມ ໂດຍໃນເວລານີ້ມີທັງ ອາເຊນອລ ແລະ ທ໊ອດແນມ ຮ໊ອດສະເປີ ຕ່າງເຝົ້າຕິດຕາມສະຖານະການອະດີດນັກເຕະ ແບລ໊ກເບິນ ໂຣເວີສ ແຕ່ ແມນເຊັນເສຕີ ຢູໄນເຕັດ ຈະຈັບນັກເຕະຕໍ່ສັນຍາອອກໄປເພື່ອໃຫ້ພວກເຂົາມີເວລາສຳລັບການພິຈາລະນາຕົວເລືອກຕ່າງໆໃນຊ່ວງຊຳເມີ້ປີໜ້າ.
ນອກຈາກນີ້ແລ້ວ ແມນເຊັສເຕີ ຢູໄນເຕັດ ຍັງເຝົ້າຕິດຕາມ ເອເຊເກລ ປາລາຊິອອສ ມິດຟິວດາວຮຸ່ງ ຣິເວີເພລທ ສະໂມສອນແຫ່ງອາເຈນຕິນາ ເຊິ່ງມີລາຍງານວ່າໃກ້ຈະຍ້າຍໄປຮ່ວມທີມ ຣີລ ມາດຣິດ ສະໂມສອນຍັກໃຫຍ່ແຫ່ງ ລາລີກາ ສະເປນ ແລ້ວ ໂດຍໜັງສືພິມເດິ ຊັນ ລະບຸວ່າ: ແມນເຊັສເຕີ ຢູໄນເຕັດ ສົ່ງແມວມອງໄປເບິ່ງຟອມການຫລິ້ນຂອງດາວເຕະຊາວອາເຈນຕິນາໃນເກມພົບກັບ ໂບຄາ ຈູເນຍ ໃນ ໂຄປາ ລິເບີຕາດໍເຣສ ນັດຊີງຊະນະເລີດ.