ເຕືອນຈະມີເດັກຕໍ່າກວ່າ 5 ປີເສຍຊີວິດ ຍ້ອນປອດອັກເສບປີລະເກືອບ 11 ລ້ານຄົນ
ນັກວິໄຈເຕືອນເນື່ອງໃນວັນປອດອັກເສບໂລກທີ່ກົງກັບວັນທີ 12 ພະຈິກວ່າ: ທົ່ວໂລກຈະມີເດັກອາຍຸຕໍ່າກວ່າ 5 ປີເສຍຊີວິດ ຍ້ອນປອດອັກເສບເກືອບ 11 ລ້ານຄົນພາຍໃນປີ 2030.
ມະຫາວິທະຍາໄລຈອນຮອບກິນ ແລະ ກຸ່ມເຊັບເດິຊິລເດັນ ເປີດເຜີຍຜົນການວິເຄາະທີ່ອ້າງອີງຈາກທ່າອ່ຽງໃນປັດຈຸບັນວ່າ: ພາຍໃນທ້າຍທົດສະວັດໜ້າ ເດັກອາຍຸຕໍ່າກວ່າ 5 ປີ ຈະເສຍຊີວິດຍ້ອນປອດອັກເສບບໍ່ໜ້ອຍກວ່າ 10.800.000 ຄົນ ສະເພາະຢູ່ນີເຊຣີ ແລະ ອິນເດຍຈະສູງເຖິງ 1,7 ລ້ານຄົນ, ປາກິດສະຖານ 700.000 ຄົນ ແລະ ສາທາລະນະລັດ ປະຊາທິປະໄຕ ກົງໂກ 635.000 ຄົນ. ປີ 2016 ປີດຽວມີເດັກເສຍຊີວິດຍ້ອນປອດອັກເສບຫລາຍກວ່າ 880.000 ຄົນ ສ່ວນຫລາຍອາຍຸຕໍ່າກວ່າ 2 ປີ.
ເຖິງຢ່າງໃດກໍດີ, ມີຂ່າວດີວ່າອັດຕາການສັກວັກແຊງປ້ອງກັນປອດອັກເສບໃຫ້ເດັກມີການຄວບຄຸມຫລາຍຂຶ້ນ ບວກກັບຢາມີລາຄາຖືກ ແລະ ການເບິ່ງແຍງໂພຊະນາການເດັກທີ່ດີຂຶ້ນ ຈະຊ່ວຍໃຫ້ເດັກຫລຸດພົ້ນຈາກປອດອັກເສບໄດ້ສູງເຖິງ 1,4 ລ້ານຄົນ, ປອດອັກເສບເປັນອາການຕິດເຊື້ອທີ່ອາດເກີດຈາກເຊື້ອໄວຣັສ ຫລື ເຊື້ອແບັກທີເຣຍ ສາມາດປິ່ນປົວໄດ້ຖ້າກວດພົບແຕ່ຫົວທີ ແລະ ຜູ້ຕິດເຊື້ອມີພູມຄຸ້ມກັນແຂງແຮງ, ເປັນບັນຫາສຳລັບເດັກໃນປະເທດກຳລັງພັດທະນາ ແລະ ຜູ້ອາຍຸສູງໃນປະເທດພັດທະນາແລ້ວ. ເຖິງຢ່າງໃດກໍດີ, ທົ່ວໂລກມີເດັກອ່ອນແອ ຍ້ອນໂພຊະນາການເສຍຊີວິດຍ້ອນປອດອັກເສບຫລາຍກວ່າພະຍາດມາລາເຣຍ, ຖອກທ້ອງ ແລະ ພະຍາດຫັດລວມກັນ.