ຊາກິຣີ ພ້ອມເຮັດທຸກທາງ ຊ່ວຍ ລິເວີພູລ ຄວ້າໄຊ
ເຊີດານ ຊາກິຣີ ປີກຄົນເກັ່ງ ລິເວີພູລ ກ່າວພ້ອມຊ່ວຍທີມທຸກທາງ ບໍ່ວ່າຍິງ ຫລື ຈ່າຍກໍຕາມ ຫລັງຫາກໍຍິງໃຫ້ຕົ້ນສັງກັດເອົາຊະນະ ຟູແລ່ມ ໃນວັນທີ 11 ພະຈິກ ພ້ອມຫວັງ ລິເວີພູລ ຈະຫລິ້ນໃນຟອມດີແບບນີ້ຕໍ່ໄປຈົນຈົບລະດູການ.
ເຊີດານ ຊາກິຣີ ປີກຄົນເກັ່ງ ລິເວີພູລ ສະໂມສອນຍັກໃຫຍ່ແຫ່ງ ພຣີເມຍລີກ ອອກມາກ່າວໃນວັນທີ 12 ພະຈິກວ່າ: ລາວຕ້ອງການຈະຊ່ວຍເຫລືອທີມທຸກທາງ ບໍ່ວ່າຈະເປັນການຍິງປະຕູ ຫລື ຈ່າຍໃຫ້ໝູ່ກໍຕາມ ເພື່ອພາຕົ້ນສັງກັດປະສົບຜົນສຳເລັດໃນລະດູການນີ້.
ຊາກິຣີ ຍິງປະຕູທີ 2 ຂອງຕົນເອງນັບແຕ່ຍ້າຍມາຮ່ວມທີມ ລິເວີພູລ ໃນເກມພຣີເມຍລີກນັດຫລ້າສຸດທີ່ຕົ້ນສັງກັດເອົາຊະນະ ຟູແລ່ມ 2-0 ຢູ່ແອນຟິລ ໃນວັນທີ 11 ພະຈິກ ເຊິ່ງດາວເຕະທີມຊາດສະວິດເຊີແລນ ຈັດການວໍເລ່ລູກເປີດຈາກ ແອນດຣູ ໂຣເບິດສັນ ເຂົ້າໄປຢ່າງງົດງາມ ຊ່ວຍໃຫ້ ລິເວີພູລ ເກັບ 3 ຄະແນນ ເລື່ອນຂຶ້ນໄປມີ 30 ຄະແນນຈາກ 12 ນັດ ພ້ອມຮັກສາສະຖິຕິບໍ່ເສຍໃນເກມລີກຕໍ່ໄປ.
ອະດີດນັກເຕະ ສະໂຕ໊ກ ຊິຕີ້ ສ້າງຜົນງານທັງຍິງ ແລະ ຈ່າຍລວມກັນ 5 ຄັ້ງຈາກ 6 ນັດຫລັງສຸດທີ່ລົງຫລິ້ນໃຫ້ ລິເວີພູລ ແລະ ເຈົ້າຂອງເສື້ອເບີ 23 ຮູ້ສຶກວ່າຕົ້ນສັງກັດສົມຄວນແລ້ວທີ່ຄວ້າໄຊຊະນະເໜືອ ຟູແລ່ມ ເຖິງວ່າເກືອບເສຍປະຕູຫລາຍຄັ້ງໃນເຄິ່ງທຳອິດກໍຕາມ.