ເຟເດີເຣີ ຟອມຫລຸດເສຍໃຫ້ ນິຊິໂກຣິ
November 12, 2018 - 6:14 PM
ໂຣເຈີ ເຟເດີເຣີ ອະດີດນັກເທັນນິສມືໜຶ່ງໂລກ ເສຍໃຫ້ ເຄອິ ນິຊິໂກຣິ ນັກເທັນນິສຈາກຍີ່ປຸ່ນ ໃນເກມນັດທຳອິດຂອງຕົນ ລາຍການເອທີພີ ໄຟນອລ ທີ່ໂອທູ ອາຣີນາ ນະຄອນຫລວງລອນດອນ.
ເຟເດີເຣີ ນັກເທັນນິສມືວາງອັນດັບ 3 ຂອງໂລກໃນປັດຈຸບັນ ກຳລັງໄລ່ລ່າແຊ້ມລາຍການທີ 100 ໃນອາຊີບ ແຕ່ພາດທ່າເສຍໃຫ້ມື 9 ຂອງໂລກ ນິຊິໂກຣິ ໄປ 7-6 (7-4) ແລະ 6-3 ເກມ.