ລະວັງລຳໄສ້ຮົ່ວຍ້ອນກິນນົມ – ນຳ້ຕານຫລາຍເກີນໄປ
ລຳໄສ້ຮົ່ວ ແມ່ນອາການທີ່ແຊນເນື້ອເຍື່ອຜິວໜັງລຳໄສ້ອັກເສບບວມໃຄ່ ເຮັດໃຫ້ເກີດຊ່ອງວ່າງລະຫ່ວາງແຊນຢູ່ພາກສ່ວນ ຂອງສານພິດ ແລະ ອາຫານທີ່ຍ່ອຍບໍ່ສຳເລັດສົມບູນທີ່ກຽມສົ່ງໄປທາງລຳໄສ້ ເພື່ອລຳລຽງຂັບຖ່າຍອອກໄປຈາກຮ່າງກາຍ ສາ ມາດລອດເຂົ້າໄປສູ່ລະບົບໄຫລວຽນເລືອດໃນຮ່າງກາຍໄດ້ ເຮັດໃຫ້ເປັນສາເຫດຂອງອາການອັກເສບໃນພາກສ່ວນຕ່າງໆຂອງ ຮ່າງກາຍຕາມມາໄດ້.
ສາເຫດຂອງລຳໄສ້ຮົ່ວ : ບໍ່ທັນຮູ້ສາເຫດທີ່ຈະແຈ້ງຂອງລຳໄສ້ຮົ່ວ, ແຕ່ມີປັດໄຈຫລາຍປະການທີ່ເພີ່ມຄວາມສ່ຽງໃຫ້ເກີດອາ ການລຳໄສ້ຮົ່ວ ໄດ້ແກ່ :
– ຄວາມເຄັ່ງຄຽດສະສົມ.
– ນອນຫລັບພັກຜ່ອນບໍ່ພຽງພໍ.
– ກິນອາຫານປະເພດນົມ ແລະ ນຳ້ຕານຫລາຍເກີນໄປ.
– ກິນອາຫານທີ່ມີສ່ວນປະສົມຂອງກລູເຕນ (ສຳລັບຄົນທີ່ໄວຕໍ່ກລູເຕນຢູ່ແລ້ວ).
– ສູບຢາ.
– ດື່ມສິ່ງມຶນເມົາ.
– ລຳໄສ້ອັກເສບຈາກຜົນຂ້າງຄຽງຂອງຢາປົວພະຍາດ ຫລື ຢາກຸ່ມ NSAIDS ທີ່ກິນຢູ່ເປັນປະຈຳ.
ອາການຂອງລຳໄສ້ຮົ່ວມີສັນຍານອັນຕະລາຍດັ່ງນີ້ :
– ມີແກ໊ສໃນກະເພາະອາຫານຫລາຍຂຶ້ນ ເຮັດໃຫ້ຮູ້ສຶກອຶດອັດແໜ້ນທ້ອງ, ຍື່ງທ້ອງ, ອາຫານບໍ່ຍ່ອຍ, ເຈັບທ້ອງ ຍ້ອນມີແກ໊ສ ຫລາຍເກີນໄປ.
– ເມື່ອຍ ຫລື ອ່ອນເພຍງ່າຍ ໂດຍທີ່ນອນຫລັບພັກຜ່ອນຢ່າງພຽງພໍ.
– ມື – ຕີນເຢັນ ໂດຍບໍ່ໄດ້ມີຄວາມຜິດປົກກະຕິໃດໆຂອງພະຍາດຕ່ອມບໍ່ມີທໍ່ອື່ນໆ ເຊັ່ນ : ໄທຣອຍ.
– ເຈັບຫົວ ຫລື ປວດຕາມຂໍ້ໂດຍບໍ່ຮູ້ສາເຫດ.
– ມີອາການແພ້ອາຫານແຝງ (ບໍ່ໄດ້ມີອາການແພ້ອາຫານຫລັງກິນທັນທີ ເຊັ່ນ : ອາດຮູ້ສຶກຍື່ງທ້ອງ, ແໜ້ນທ້ອງ, ອ່ອນເພຍ ຫລື ມີອາການຄັນຫລັງຈາກກິນອາຫານບາງປະເພດໄປຈັກໄລຍະໜຶ່ງ).
– ນຳ້ໜັກຂຶ້ນງ່າຍຜິດປົກກະຕິ.
– ມີຕຸ່ມຜື່ນ ຫລື ສິວຂຶ້ນຊຳ້ເຮື້ອ ປິ່ນປົວບໍ່ເຊົາ ເປັນຕົ້ນ.
ທັງນີ້ ການຈະຮູ້ວ່າເຮົາມີອາການລຳໄສ້ຮົ່ວຫລືບໍ່ ຕ້ອງໃຫ້ແພດເປັນຜູ້ກວດຮ່າງກາຍ ແລະ ສອບຖາມປະຫວັດຢ່າງລະອຽດ.
ການປິ່ນປົວອາການລຳໄສ້ຮົ່ວ ມີດັ່ງນີ້ :
- ແພດອາດພິຈາລະນາໃຫ້ໃຊ້ເອັນໄຊຊ່ວຍຍ່ອຍອາຫານ.
- ໃຫ້ກິນວິຕາມິນ ແລະ ກົດອະມິໂນທີ່ຊ່ວຍຟື້ນຟູເນື້ອເຍື່ອລຳໄສ້ໃຫ້ແຂງແຮງ.
- ໃຫ້ກິນຈຸລິນຊີໂພຣໄບໂອຕິກທີ່ຊ່ວຍປັບຄວາມດຸ່ນດ່ຽງໃນການເຮັດວຽກຂອງລຳໄສ້.
- ຫລຸດການກິນຢາບາງຊະນິດທີ່ສົ່ງຜົນຕໍ່ການເຮັດວຽກຂອງລຳໄສ້.
- ຫລຸດຄວາມເຄັ່ງຄຽດ ໂດຍການເຮັດກິດຈະກຳທີ່ມັກເພື່ອເປັນການຜ່ອນຄາຍ.
- ແພດອາດແນະນຳການປັບປ່ຽນພຶດຕິກຳໃນການກິນອາຫານ ການພັກຜ່ອນ ລວມໄປເຖິງກິດຈະກຳຕ່າງໆທີ່ຄວນເຮັດໃນຊີວິດປະຈຳວັນໃຫ້ລຳໄສ້ເຮັດວຽກໄດ້ດີຍິ່ງຂຶ້ນ.