ໂນວັກ ຢໍໂຄວິດ ຄວ້າລາງວັນນັກເທັນນິສມື 1 ຂອງໂລກສະໄໝທີ 3
ໂນວັກ ຢໍໂຄວິດ ຈາກເຊີເບຍ ຮັບລາງວັນນັກເທັນນິສມື 1 ຂອງໂລກປີ 2018 ກ່ອນລົງແຂ່ງເທັນນິສເອທີພີ ໄຟນອລ ທີ່ອັງກິດ.
ໂນວັກ ຢໍໂຄວິດ ນັກເທັນນິສຊາວເຊີເບຍ ເຂົ້າຮັບລາງວັນນັກເທັນນິສມື 1 ຂອງໂລກ ປະຈຳປີ 2018 ຢູ່ນະຄອນຫລວງລອນດອນ ປະເທດອັງກິດ ກ່ອນລາວຈະລົງແຂ່ງຂັນລາຍງານສົ່ງທ້າຍປີ ໃນເອທີພີ ໄຟນອລ ທີ່ໂອທູ ອາຣີນາ ໂດຍ ໂນວັກ ຢໍໂຄວິດ ເລີ່ມຕົ້ນປີນີ້ດ້ວຍອາການບາດເຈັບຂໍ້ສອກ ແຕ່ສາມາດກັບມາຄວ້າແຊ້ມ 2 ແກຣນສະແລມໃນວິມເບິລດັນ ແລະ ຢູເອສ ໂອເພັນ ແລະ 2 ແຊ້ມລະດັບມາສເຕີ 1000 ກ່ອນກ້າວຂຶ້ນສູ່ມື 1 ຂອງໂລກໃນວັນທີ 5 ພະຈິກຜ່ານມາ ຫລັງຈາກ ຣາຟາເອລ ນາດາລ ຖອນຕົວຈາກປາຣີ ມາສເຕີ ແລະ ເຮັດໃຫ້ ໂນວັກ ຄວ້າມື 1 ຂອງໂລກປິດທ້າຍປີ ເປັນສະໄໝທີ 3 ແລະ ເປັນມື 1 ຂອງໂລກທີ່ອາຍຸຫລາຍທີ່ສຸດດ້ວຍອາຍຸ 31 ປີ 6 ເດືອນ ແລະ ຍັງຖືເປັນນັກເທັນນິສຄົນທຳອິດທີ່ເລີ່ມຕົ້ນປີດ້ວຍອັນດັບຕໍ່າກວ່າທ໊ອບ 20 ແຕ່ປິດທ້າຍປີດ້ວຍອັນດັບ 1 ຂອງໂລກ.