ກະສິກໍາ ແລະ ປ່າໄມ້ສະເໜີງົບ 9 ຕື້ກວ່າກີບຊື້ແນວພັນສັດສະໜອງໃຫ້ປະຊາຊົນເຂດປະສົບໄພທໍາມະຊາດ
ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໃຫ້ຮູວ່າ: ເນື່ອງຈາກລະດູຝົນຜ່ານມາ ທົ່ວປະເທດໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມ ໄດ້ສົ່ງຜົນໃຫ້ສັດລ້ຽງ ແລະ ເນື້ອທີ່ຜົນຜະລິດປູກຝັງເສຍຫາຍເປັນຈໍານວນຫຼາຍ ຕົກເປັນມູນຄ່າປະມານ 145 ຕື້ກີບ. ສົ່ງຜົນໃຫ້ແກ່ການສະໜອງຊີ້ນ ແລະ ປາ ໃຫ້ຕະຫຼາດທ້ອງຖິ່ນ ມີປະລິມານຫຼຸດລົງ, ຊຶ່ງອາດເຮັດໃຫ້ລາຄາຊີ້ນ ແລະ ປາມີການເໜັງຕີງສູງຂຶ້ນ.
ເພື່ອແກ້ໄຂບັນຫາດັ່ງກ່າວ, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ສະເໜີງົບປະມານ 9 ຕື້ກວ່າກີບ, ເພື່ອທົດແທນໃຫ້ປະຊາຊົນຜູ້ທີ່ຖືກເສຍຫານນໍາໄປຟື້ນຟູການຜະລິດຂອງຕົນຄືນໃໝ່ຮັບປະກັນໃຫ້ແກ່ການຕະ ສະບຽງອາຫານຊີ້ນ, ປ່າ ໃຫ້ແກ່ສັງຄົມໄດ້ພຽງພໍ ພ້ອມນີ້ກໍຈະຕ້ອງໄດ້ ຜັນຂະຫຍາຍກົດໝາຍ ແລະ ລະບຽບການຄຸ້ມຄອງສັດລ້ຽງໃຫ້ເຂັ້ມງວດ ແນໃສ່ສະກັດກັ້ນການສົ່ງອອກຂອງສະບຽງອາຫານ ແລະ ຈໍາກັດການແຜ່ລາມຂອງພະຍາດສັດ ແລະ ເອົາໃຈໃສ່ວຽກງານສັດຕະວະແພດ, ສັກຢາປ້ອງກັນພະຍາດສັດໃຫ້ທົ່ວເຖິງ ໂດຍບໍ່ເສຍຄ່າໃດໆ ແລະ ໃຫ້ສາມາດຄວບຄຸມການແຜນລະບາດຂອງພະຍາດສັດໄວ້ໄດ້, ພ້ອມທັງສ້າງແຜນການ ໂຄງການແກ້ໄຂຜົນກະທົບ ແລະ ຟື້ນຟູບູລະນະຄອກສັດ, ທົ່ງຫຍ້າ, ໜອງປາ, ກະຊັງລ້ຽງປາ, ການຈັດຊື້ ແລະ ສະໜອງແນວພັນສັດ, ແນວພັນປາ, ເຄື່ອງມືອຸປະກອນຮັບໃຊ້ການຜະລິດໃຫ້ພຽງພໍ, ເອົາໃຈໃສ່ຊຸກຍູ້ສົ່ງເສີມການປູກຫຍ້າ, ປູກພືດອາຫານສັດ ແລະ ປຸງແຕ່ງອາຫານເສີມ ເພື່ອລ້ຽງສັດໃຫຍ່ ງົວ, ຄວາຍ ແລະ ສັດປີກ ເພື່ອຄໍ້າປະກັນທາງດ້ານສະບຽງອາຫານ ໃນເຂດຊົນນະບົດ ແລະ ເຂດຕົວເມືອງໄດ້ເປັນຢ່າງດີ.