IMF ຊີ້ທະນາຄານກາງແຕ່ລະປະເທດ ຕ້ອງສົນໃຈເລື່ອງສະກຸນເງິນດິຈີຕອນ
ທ່ານ ນາງ ຄຣິສຕິນ ລາກາດ ອຳນວຍການກອງທຶນການເງິນສາກົນ (IMF) ຊີ້ວ່າ: ທະນາຄານກາງແຕ່ລປະເທດຈະຕ້ອງສົນໃຈເລື່ອງເຂົ້າສູ່ໂລກແຫ່ງສະກຸນເງິນດິຈີຕອນ ເພື່ອຫາຜົນປະໂຫຍດຈາກເຕັກໂນໂລຊີ ໄປຄຽງຄູ່ກັບການແກ້ໄຂຄວາມສ່ຽງທີ່ຈະເກີດຂຶ້ນ.
ບົດລາຍງານທີ່ນາງ ກາລາດ ຈະກ່າວຢູ່ສິງກະໂປ ລະບຸວ່າ: ໃນໄລຍະເວລາທີ່ຂະແໜງການເງິນກຳລັງມີນະວັດຕະກຳເພີ່ມຂຶ້ນ ແລະ ໂລກກຳລັງເຂົ້າສູ່ສັງຄົມໄຮ້ເງິນສົດຫລາຍຂຶ້ນ, ທະນາຄານກາງຂອງແຕ່ລະປະເທດຈະຕ້ອງເຂົ້າສູ່ໂລກແຫ່ງສະກຸນເງິນດິຈີຕອນເຊັ່ນກັນ ເພາະເງິນດິຈີຕອນຂອງທະນາຄານກາງຈະມີຄວາມໜ້າເຊື່ອຖື ແລະ ມີການເບິ່ງແຍງ ບໍ່ຄືກັບເງິນດິຈີຕອນເອກະຊົນ. ນອກຈາກນີ້ ຍັງສາມາດເຂົ້າເຖິງໄດ້ທຸກພາກສ່ວນໃນສັງຄົມ. ບັນຫາສຳຄັນໃນເລື່ອງນີ້ ຄືການຫາຜົນປະໂຫຍດຈາກເຕັກໂນໂລຊີ ແລະ ແກ້ໄຂຄວາມສ່ຽງໄປໃນເວລາດຽວກັນ, ການເບິ່ງແຍງສະກຸນເງິນດິຈີຕອນຢ່າງເໝາະສົມຈະເປັນເສົາຫລັກແຫ່ງຄວາມໄວ້ວາງໃຈ.
ບົດລາຍງານຂອງອຳນວຍການ IMF ລະບຸອີກວ່າ: ລັດຖະບານເຮັດໜ້າທີ່ໃຫ້ເງິນສະໜັບສະໜູນເສດຖະກິດດິຈີຕອນ ແລະ ປັດຈຸບັນ ການາດາ, ຈີນ, ຊູແອັດ ແລະ ອຸຣຸໄກວ ກຳລັງພິຈາລະນາເພື່ອອອກສະກຸນເງິນດິຈີຕອນ, ການໃຊ້ເງິນເໝືອນຈິງຈະເປັນປະໂຫຍດຕໍ່ການດຳເນີນນະໂຍບາຍຂອງລັດເຊັ່ນ: ການໃຫ້ຄົນມີສ່ວນຮ່ວມທາງການເງິນ, ການຄຸ້ມຄອງຄວາມປອດໄພ, ການຄຸ້ມຄອງຜູ້ບໍລິໂພກ. ດັ່ງນັ້ນ ເຖິງວ່າສະກຸນເງິນດິຈີຕອນອາດບໍ່ແມ່ນເລື່ອງສາກົນທີ່ເໝາະກັບທຸກປະເທດ, ແຕ່ທະນາຄານຂອງແຕ່ລະປະເທດຄວນໃສ່ໃຈເລື່ອງນີ້ຢ່າງຈິງຈັງ ແລະ ສ້າງສັນ.