ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດອາຊຽນອື່ນໆທີ່ກ່ຽວຂ້ອງທີ່ສິງກະໂປ

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດອາຊຽນອື່ນໆທີ່ກ່ຽວຂ້ອງທີ່ສິງກະໂປ - 33 third asean summit - ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດອາຊຽນອື່ນໆທີ່ກ່ຽວຂ້ອງທີ່ສິງກະໂປ
ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດອາຊຽນອື່ນໆທີ່ກ່ຽວຂ້ອງທີ່ສິງກະໂປ - kitchen vibe - ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດອາຊຽນອື່ນໆທີ່ກ່ຽວຂ້ອງທີ່ສິງກະໂປ

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ,   ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 13 ພະຈິກ 2018 ທີ່ ປະເທດ ສິງກະໂປ (ປະທານອາຊຽນ ປີ 2018) ພາຍໃຕ້ຄຳຂວັນ: “ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ”.

ໃນໂອກາດເຂົ້າຮ່ວມກອງປະຊຸມ ຄັ້ງທີ 33 ນີ້, ຜູ້ນຳອາຊຽນໄດ້ປຶກສາຫາລື ກ່ຽວກັບ ການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ ເພື່ອໃຫ້ອາຊຽນມີຄວາມສາມາດປັບຕົວ ແລະ ຮັບມືກັບສີ່ງທ້າທາຍຕ່າງໆໄດ້ຢ່າງທັນການ ໂດຍສະເພາະ ໃນຍຸກເສດຖະກິດດີຈີຕອນ ແລະ ການປະຕິວັດອຸດສາຫະກຳ 4.0 ທີ່ ເຕັກໂນໂລຊີມີການພັດທະນາຢ່າງໄວວາ. ພ້ອມນີ້, ຜູ້ນຳອາຊຽນ ຍັງໄດ້ສະແດງຄວາມຍິນດີ ທີ່ບັນດາຂະແໜງການກ່ຽວຂ້ອງພາຍໃຕ້ສາມເສົາຄໍ້າປະຊາຄົມອາຊຽນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ຈັດຕັ້ງປະຕິບັດບັນດາແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ຈັດຕັ້ງປະຕິບັດແຜນວຽກຂອງຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ມີຜົນສຳເລັດເປັນກ້າວໆມາ. ນອກຈາກນີ້, ຜູ້ນຳອາຊຽນ ຍັງໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືກັບພາຍນອກ, ໂດຍໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງການພົວພັນຮ່ວມມືກັບປະເທດຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນໃນໄລຍະຜ່ານມາ ແລະ ໄດ້ຢໍ້າຄືນບົດບາດນຳພາ ແລະ ຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງພາກພື້ນ ແລະ ກົນໄກຕ່າງໆ ທີ່ອາຊຽນເປັນຜູ້ສ້າງຂື້ນ. ຜູ້ນຳອາຊຽນ ໄດ້ເຫັນດີໃຫ້ສືບຕໍ່ຮັດແໜ້ນການຮ່ວມມືກັບພາຍນອກ ເພື່ອເປັນການປະກອບສ່ວນສ້າງປະຊາຄົມອາຊຽນໃຫ້ນັບມື້ນັບເຂັ້ມແຂງ ກໍ່ຄືປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກໂດຍລວມ.

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດອາຊຽນອື່ນໆທີ່ກ່ຽວຂ້ອງທີ່ສິງກະໂປ - Visit Laos Visit SALANA BOUTIQUE HOTEL - ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດອາຊຽນອື່ນໆທີ່ກ່ຽວຂ້ອງທີ່ສິງກະໂປ

ກອງປະຊຸມ ສຸດຍອດຄັ້ງນີ້ຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ສະພາບການຢູ່ ຕາເວັນອອກກາງ, ແຫຼມເກົາຫຼີ ແລະ ອື່ນໆ, ເຊິ່ງໂດຍລວມເຫັນວ່າ ມີຄວາມຄືບໜ້າໄປໃນທາງບວກ ອັນເປັນທ່ວງທ່າທີ່ດີຕໍ່ການສ້າງ​ສັນຕິພາບ ​ແລະ ສະຖຽນລະ​ພາບ​ໃນ​ພາກພື້ນ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຍິນດີ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້, ລວມທັງ ການ​ປຶກສາ​ຫາລື ຮ່າງກົດ​ແຫ່ງ​ການ​ປະພຶດ ທີ່ໄດ້​ເລີ່​ມເຈລະຈາຕັ້ງ​ແຕ່​ຕົ້ນປີ 2018     ຜ່ານ​ມາ.

​​       ພິເສດ, ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33, ຜູ້ນຳອາຊຽນ  ໄດ້ຮັບຮອງເອົາ 7 ເອກະສານສຳຄັນ ຄື: (1) ເອກະສານແຜນວຽກເຄືອຂ່າຍເມືອງອັດສະລິຍະອາຊຽນ, ເຊິ່ງເປັນບູລິມະສິດຂອງ ສິງກະໂປ ໃນນາມປະທານ         ປີ 2018; (2) ຖະແຫຼງການ ກ່ຽວກັບ ລະບຽບການ ວ່າດ້ວຍ ການຊ່ວຍເຫຼືອດ້ານກົງສຸນແກ່ພົນລະເມືອງອາຊຽນ        ຢູ່ປະເທດທີ່ສາມ; (3) ແຜນແມ່ບົດສົ່ງເສີມອາຊຽນ 2025: ການສົ່ງເສີມສິດທິຂອງຄົນພິການ; (4) ຖະແຫຼງການອາຊຽນ ວ່າດ້ວຍ ການຮັບຮອງເອົາວັນຊາວໜຸ່ມອາຊຽນ ໃນການຈັດຕັ້ງປະຕິບັດບັນຫາການປ່ຽນແປງດິນຟ້າອາກາດ ແລະ ຄວາມພ້ອມໃນການຮັບມືກັບໄພພິບັດ; (5) ຖະແຫຼງການອາຊຽນ ວ່າດ້ວຍ ການສົ່ງເສີມອາຊີບສີຂຽວ ເພື່ອຄວາມສະເໝີພາບ ແລະ ການເຕີບໂຕແບບມີສ່ວນຮ່ວມຂອງປະຊາຄົມອາຊຽນ; (6) ຖະແຫຼງການຮ່ວມອາຊຽນ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ນຳສະເໜີຕໍ່ກອງປະຊຸມລັດພາຄີຕໍ່ສັນຍາ ສປຊ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 24; ແລະ    (7) ຖະແຫຼງການຮ່ວມອາຊຽນ ຕໍ່ກອງປະຊຸມລັດພາຄີຂອງສົນທິສັນຍາ ວ່າດ້ວຍ ຄວາມຫຼາກຫຼາຍດ້ານຊີວະນາໆພັນ    ຄັ້ງທີ 14.

ໃນລະຫວ່າງວັນທີ 14-15 ພະຈິກ 2018, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະຈະໄດ້ສືບຕໍ່ ເຄື່ອນໄຫວເຂົ້າຮ່ວມບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຄື: ງານລ້ຽງອາຫານເຊົ້າແບບເຮັດວຽກຂອງຜູ້ນຳອາຊຽນ-ອົດສະຕາລີ, ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 21, ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 20,  ງານລ້ຽງອາຫານທ່ຽງແບບເຮັດວຽກບໍ່ເປັນທາງການຂອງຜູ້ນຳອາຊຽນ ແລະ ແຂກຂອງປະທານ, ກອງປະຊຸມສຸດຍອດອາຊຽນ-ລັດເຊຍ ຄັ້ງທີ 3, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 21, ກອງປະຊຸມສຸດຍອດຄູ່ຮ່ວມເສດຖະກິດຮອບດ້ານລະດັບພາກພື້ນ ຄັ້ງທີ 2, ງານລ້ຽງອາຫານເຊົ້າແບບເຮັດວຽກບໍ່ເປັນທາງການຂອງຜູ້ນຳອາຊຽນ-ອິນເດຍ,    ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 6, ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 21,       ກອງປະຊຸມສຸດຍອດອາຊີຕາເວັນອອກແບບວົງແຄບ ແລະ ແບບຄົບຄະນະ.

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດອາຊຽນອື່ນໆທີ່ກ່ຽວຂ້ອງທີ່ສິງກະໂປ - 3 - ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດອາຊຽນອື່ນໆທີ່ກ່ຽວຂ້ອງທີ່ສິງກະໂປ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!