ສະມາຊິກເອເປັກຮ່ວມປະຊຸມ ລະດັບລັດຖະມົນຕີທີ່ປາປົວນິວກິນີ
ລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີການຄ້າຈາກປະເທດສະມາຊິກກຸ່ມການຮ່ວມມືທາງເສດຖະກິດໃນພາກພື້ນອາຊີ-ປາຊີຟິກ (ເອເປັກ) ໄດ້ຮັບການຕ້ອນຮັບດ້ວຍການສະແດງພື້ນເມືອງລະຫວ່າງເຂົ້າຮ່ວມປະຊຸມລະດັບລັດຖະມົນຕີທີ່ນະຄອນຫລວງພອດມອສບີ ໃນວັນທີ 15 ພະຈິກນີ້ ກ່ອນໜ້າກອງປະຊຸມສຸດຍອດໃນທ້າຍອາທິດນີ້.
ປາປົວນິວກິນີເປັນເຈົ້າພາບຈັດກອງປະຊຸມສຸດຍອດເອເປັກເປັນຄັ້ງທຳອິດ ໂດຍຫວັງວ່າຈະໄດ້ເປັນທີ່ຮູ້ຈັກ ແລະ ດຶງດູດການລົງທຶນເຂົ້າປາປົວນິວກິນີໄດ້ຫລາຍຂຶ້ນ. ຄະນະຜູ້ຈັດງານປະຊຸມເອເປັກປີນີ້ກ່າວວ່າ: ກອງປະຊຸມມີຄວາມສັບຊ້ອນຈາກຄວາມເຄັ່ງຕຶງທາງການຄ້າລະຫວ່າງຈີນກັບອາເມລິກາ ແລະ ອາດນຳໄປສູ່ການຕອບໂຕ້ທາງການຄ້າທີ່ລຸກລາມເປັນໂດມິໂນຫລາຍຂຶ້ນ, ກະທົບຕໍ່ແນວຄິດສະໜັບສະໜູນການເປີດເສລີທາງການຄ້າທີ່ມີມາຕະຫລອດ 40 ປີ. ລັດຖະມົນຕີຕ່າງປະເທດປາປົວນິວກິນີໃນຖານະປະທານກອງປະຊຸມລະດັບລັດຖະມົນຕີເອເປັກ ກ່າວວ່າ: ປີນີ້ເປັນໂອກາດດີທີ່ປາປົວນິວກິນີຈະໄດ້ເນັ້ນເຖິງການສະໜັບສະໜູນຫລັກການຄ້າເສລີ ແລະ ເປັນທຳໃນປະເທດສະມາຊິກເອເປັກທັງໝົດ.