ຣັດວານສະກາ ປະກາດຢຸດຫລິ້ນເທັນນິສ
ອັກເນຍສກາ ຣັດສາຍສະກາ ນັກເທັນນິສຊາວໂປແລນ ປະກາດຢຸດເສັ້ນທາງການຫລິ້ນເທັນນິສອາຊີບຮຽບຮ້ອຍແລ້ວ ໃນວັນທີ 14 ພະຈິກຜ່ານມາ ດ້ວຍອາຍຸພຽງ 29 ປີ ຫລັງຈາກປັດຈຸບັນ ອັນດັບໂລກຂອງລາວຫລຸດລົງມາຢູ່ອັນດັບ 75 ຂອງໂລກ ແລະ ບໍ່ໄດ້ແຊ້ມລາຍການໃດເລີຍມາແຕ່ເດືອນຕຸລາ 2016.
ນັກເທັນນິສສາວຊາວໂປແລນ ຍອມຮັບວ່າການຕັດສິນໃຈຄັ້ງນີ້ຖືເປັນການຕັດສິນໃຈຄັ້ງສຳຄັນທີ່ສຸດໃນຊີວິດ ແລະ ເປັນການຕັດສິນໃຈທີ່ຍາກຫລາຍ.
ທັງນີ້, ຣັດວານສະກາ ລົງຫລິ້ນເທັນນິສອາຊີບມາທັງໝົດ 13 ລະດູການ ແລະ ເຄີຍຢູ່ສູງສຸດເຖິງອັນດັບ 2 ຂອງໂລກ ໂດຍນາງຈົບໃນ 15 ອັນດັບທຳອິດຂອງໂລກໄດ້ທຸກລະດູການໃນປີ 2008 ເຖິງ 2016. ນອກຈາກນີ້ ຍັງເຄີຍເປັນຮອງແຊ້ມວິມເບິລດັນ ໃນປີ 2012 ໂດຍເສຍໃຫ້ ເຊເຣນາ ວິລລຽມ ນັກເທັນນິສຈາກອາເມລິກາໃນຮອບຊີງຊະນະເລີດ.