ບາເຢິນ ຍື່ນຂໍ້ສະເໜີທາບທາມ ຊີດານ ຄຸມທີມ


ບາເຢິນ ເຄີຍມີຂ່າວວ່າຢາກໄດ້ ຊີເນີດິນ ຊີດານ ອະດີດຜູ້ຈັດການທີມ ຣີລ ມາດຣິດ ມາຄຸມທີມ ຕອນນັ້ນ ຕິອາໂກ້ ອັລກັລຕາຣາ ປະຕິເສດໄປວ່າບໍ່ເປັນຄວາມຈິງ.
ແຕ່ຫລ້າສຸດ ມີຂ່າວລືອີກເທື່ອໜຶ່ງວ່າ: ບາເຢິນ ໄດ້ຍື່ນຂໍ້ສະເໜີໃຫ້ ຊີດານ ພິຈາລະນາແລ້ວ ໂດຍຈະໃຫ້ມາຄຸມທີມໃນລະດູການຫນ້າ ເຖິງວ່າ 3 ວັນກ່ອນນີ້ ອູລີ ເຮີເນສ ຈະໃຫ້ສຳພາດຢືນຢັນວ່າ ນິໂກ້ ໂຄວັຊ ຈະຍັງເປັນຜູ້ຈັດການທີມຂອງ ບາເຢິນ ຕໍ່ ເຖິງວ່າຈະພາທີມເສຍໃຫ້ ດອດມຸນ ໃນນັດຫລ້າສຸດກໍຕາມ, ແຕ່ສື່ບອກວ່າ ຄະນະຜູ້ບໍລິຫານ ຍັງຕ້ອງການໃຫ້ ຊີດານ ມາສ້າງສີສັນໃໝ່ໃຫ້ທີມ.
ຂະນະດຽວກັນ ບາເຢິນ ມີຂ່າວຮ້າຍ ຮາເມສ ໂຣດຣິດເກຊ ໄດ້ຮັບບາດເຈັບເອັນເຂົ່າຈີກລະຫວ່າງຝຶກຊ້ອມ ເຊິ່ງອາດຈະຕ້ອງພັກຍາວໝົດລະດູການ. ສຳລັບລະດູການນີ້ ຮາເມສ ຍິງໄປແລ້ວ 3 ປະຕູ 2 ແອສຊິສຈາກການລົງຫລິ້ນ 11 ນັດ.