ບຸນນະມັດສະການພະທາດຫລວງຕິດພັນສົ່ງເສີມການທ່ອງທ່ຽວລາວ 2018 ໄຂຂຶ້ນຢ່າງເປັນທາງການ
ພິທີເປີດງານບຸນນະມັດສະການພະທາດຫລວງວຽງຈັນຕິດພັນກັບການສົ່ງເສີມການທ່ອງທ່ຽວລາວ 2018 ໄດ້ໄຂຂຶ້ນຢ່າງເປັນທາງການແຕ່ວັນທີ 16-25 ພະຈິກນີ້, ໂດຍມີທ່ານປະທານສະພາແຫ່ງຊາດ ປານີ ຢາທໍຕູ້, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງປະເທດ ແລະ ມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ບຸນນະມັດສະການພະທາດຫລວງ ເປັນປາງບຸນປະເພນີໃຫຍ່ສຳຄັນ, ເປັນສູນກາງເຕົ້າໂຮມຄວາມສາມັກຄີຂອງປວງຊົນລາວບັນດາເຜົ່າ ແລະ ປີນີ້ຈັດຂຶ້ນຢູ່ 2 ຈຸດຄື: ເດີ່ນພະທາດຫລວງແຕ່ວັນທີ 16-22 ພະຈິກ 2018 ແລະ ສູນການຄ້າລາວ-ໄອເຕັກແຕ່ວັນທີ 16-25 ພະຈິກ 2018 ຈຶ່ງເຊີນຊວນປະຊາຊົນລາວບັນດາເຜົ່າ ແລະ ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຊົມງານບຸນດັ່ງກ່າວ ແລະ ເຂົ້າຮ່ວມກິດຈະກຳຕ່າງໆດ້ວຍຄວາມເບີກບານມ່ວນຊື່ນ.
ພິເສດປີນີ້, ແມ່ນປີທ່ອງທ່ຽວລາວ 2018 ເຊິ່ງເປັນໂອກາດດີໃຫ້ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າຢ້ຽມຊົມ ແລະ ເຫັນໄດ້ມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວ. ນອກນີ້, ພາຍໃນງານຍັງໄດ້ຈັດໃຫ້ມີພິທີຕ່າງໆ ເຊັ່ນ: ວັນທີ 16 ພະຈິກເວລາ 16:00 ໂມງ ໄດ້ມີພິທີສະຫລຸບໂຄງການປະຕິສັງຂອນພະທາດຫລວງຄັ້ງທີ 4 ແລະ ວັນທີ 21 ພະຈິກເວລາ 13:00 ໂມງຈະມີພິທີທາງສາສະໜາແຫ່ຜາສາດເຜິ້ງແຕ່ວັດສີເມືອງມາຫາພະທາດຫລວງ ແລະ ວັນທີ 22 ພະຈິກເວລາ 7:00 ໂມງມີພິທີໃສ່ບາດຢູ່ດ້ານໃນ ແລະ ດ້ານນອກເດີ່ນກົມມະລຽນພະທາດຫລວງ ແລະ ເວລາ 13:00 ໂມງມີພິທີແຂ່ງຂັນຕີຄີຢູ່ເດີ່ນພະທາດຫລວງ ແລະ ເວລາ 19:00 ໂມງຂອງມື້ດຽວກັນ ກໍມີພິທີວຽນທຽນຢູ່ດ້ານໃນເດີ່ນກົມມະລຽນພະທາດຫລວງ. ນອກນີ້,ໃນໄລຍະຄົບງັນບຸນດັ່ງກ່າວຍັງເປີດໃຫ້ຜູ້ທີ່ມາທ່ຽວຊົມໄດ້ເຂົ້າໄປກາບໄຫວ້ສັກກາລະບູຊາອົງພະທາດຫລວງ, ແຕ່ຜູ້ທີ່ຈະເຂົ້າໄປນັ້ນຕ້ອງນຸ່ງເຄື່ອງສຸພາບຮຽບຮ້ອຍ, ໂດຍສະເພາະຜູ້ຍິງຕ້ອງນຸ່ງສິ້ນ ແຕ່ຖ້າຜູ້ໃດບໍ່ໄດ້ນຸ່ງສິ້ນມາທາງພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫລວງວຽງຈັນໄດ້ຈັດສະຖານທີ່ບໍລິການປ່ຽນສິ້ນເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ທີ່ຕ້ອງການໄປກາບໄຫວ້ອົງພະທາດຫລວງ.
ສຳລັບບຸນພະທາດຫລວງປີນີ້, ໄດ້ຈັດໃຫ້ມີຫລາຍກິດຈະກຳທີ່ໜ້າທ່ຽວຊົມ, ຢູ່ເດີ່ນພະທາດຫລວງຈະມີສິນຄ້າພາຍໃນຄື: ສິນຄ້າໂອດ໋ອບຈາກຫລາຍແຂວງ ມາວາງສະແດງຫລາຍກວ່າ 50 ຮ້ານທົ່ວປະເທດ, ຊົມເຮືອນຊົງລາວ, ສິນຄ້າເຄື່ອງອຸປະໂພກ-ບໍລິໂພກ, ມີອາຫານພື້ນບ້ານປະເພດເຂົ້າຫລາມ, ປີ້ງໄກ່, ອາຫານລາວ, ເວທີສະແດງສິລະປະກາງແຈ້ງ, ເວທີມວຍ ແລະ ກິດຈະກໍາ ອື່ນໆ, ເພື່ອເສີມຂະຫຍາຍວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ຄົງຢູ່ຄູ່ກັບຄົນລາວ ແລະ ຊາດລາວຕະຫລອດໄປ, ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ ແລະ ປະຫວັດສາດຂອງຊາດ.