ທ່ານ ທຣຳ ກຽມອອກກົດ ຈັດລະບຽບສື່ມວນຊົນ
ປະທານາທິບໍດີອາເມລິກາ ກ່າວວ່າ: ທ່ານຈະອອກ “ກົດ ແລະ ແນວທາງປະຕິບັດ” ສຳລັບນັກຂ່າວຈາກທຸກສຳນັກ ໃຫ້ມີການປະພຶດຢ່າງເໝາະສົມລະຫວ່າງຮ່ວມງານຖະແຫລງຂ່າວໃນທຳນຽບຂາວ ຫລັງເກີດບັນຫາຮ້ອນແຮງກັບນັກຂ່າວອາວຸໂສຂອງ CNN.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂດນັລ ທຣຳ ກ່າວໃນທ້າຍອາທິດຜ່ານມາວ່າ: ທ່ານ ແລະ ທີມງານກຳລັງຮ່ວມກັນ “ກຳນົດກົດເກນ ແລະ ແນວທາງປະຕິບັດ” ສຳລັບການປະຕິບັດ ແລະ ການຕັ້ງຄຳຖາມຂອງບັນດາສື່ມວນຊົນຈາກທຸກສຳນັກ ລະຫວ່າງການຖະແຫລງຂ່າວຂອງທຳນຽບຂາວໃນແຕ່ລະໂອກາດ. ຜູ້ນຳອາເມລິກາກ່າວວ່າ: ໃນກໍລະນີນີ້ “ທຸກຄົນ” ຕ້ອງຢູ່ພາຍໃຕ້ກົດລະບຽບດຽວກັນ ເພື່ອຄວາມສະເໝີພາບ ແລະ “ການຮັກສາມາລະຍາດ” ແລະ ການເຄົາລົບເຊິ່ງກັນ ແລະ ກັນ.
ທ່ານ ທຣຳ ກ່າວອີກວ່າ: ນັກຂ່າວທຸກຄົນຄວນໄດ້ຮັບໂອກາດຢ່າງທົ່ວເຖິງໃນການຕັ້ງຄຳຖາມ, ບໍ່ແມ່ນພຽງໃຜຄົນໜຶ່ງຖາມຄຳຖາມຢ່າງຕໍ່ເນື່ອງ ແລະ ປະຕິເສດມອບໂອກາດຕໍ່ໃຫ້ຄົນອື່ນ ເຊິ່ງເລື່ອງນີ້ສະທ້ອນວ່າ: ທຳນຽບຂາວຕ້ອງການປົກປ້ອງເສລີພາບຂອງສື່ມວນຊົນເຊັ່ນກັນ ຖ້າຜູ້ໃດບໍ່ປະຕິບັດຕາມສາມາດໄປຕໍ່ສູ້ກັນໃນຊັ້ນສານໄດ້ ແລະ ທຳນຽບຂາວຈະເປັນຝ່າຍຊະນະ ຫລື ບໍ່ສະນັ້ນ ທ່ານຈະຢຸດການຖະແຫລງຂ່າວທັນທີ. ເຊັ່ນດຽວກັບເຈົ້າໜ້າທີ່ຄົນອື່ນຂອງທຳນຽບຂາວສາມາດຍົກເລີກການສົນທະນາກັບນັກຂ່າວໄດ້ທັນທີ ຖ້າໄດ້ຮັບການປະຕິບັດຢ່າງບໍ່ເປັນທຳ.