ປ໊ອກບາ ອາດຄືນສະໜາມພົບ ພາເລຊ
ລອນດອນ ອີຟນິ່ງ ສະແຕນດາດ ສື່ຂອງອັງກິດ ລາຍງານວ່າ: ປໍ ປ໊ອກບາ ມິດຟິລ ແມນເຊັສເຕີ ຢູໄນເຕັດ ມີໂອກາດຄືນສະໜາມໃນເກມກັບ ພາເລຊ ຫລັງກ່ອນໜ້ານີ້ເຈັບບໍລິເວນຕົ້ນຂາ.
ປໍ ປ໊ອກບາ ກອງກາງຄົນດັງຂອງ ແມນເຊັສເຕີ ຢູໄນເຕັດ ອາດຈະກັບມາຊ່ວຍທີມໄດ້ໃນເກມ ພຣີເມຍລີກ ອັງກິດ ນັດທີ່ຕົ້ນສັງກັດເປີດສະໜາມ ໂອລ ແທຣ໊ຟຟອດ ຮັບການມາຢາມຂອງ ຄຣິສຕັລ ພາເລຊ ວັນທີ 24 ພະຈິກນີ້.
ປ໊ອກບາ ໄດ້ຮັບບາດເຈັບບໍລິເວນຕົ້ນຂາລະຫວ່າງການຊ້ອມກ່ອນໜ້າເກມ ແມນເຊັສເຕີ ດາບີ້ແມັດ ນັດທີ່ຕົ້ນສັງກັດຂອງລາວອອກໄປເສຍໃຫ້ ແມນເຊັສເຕີ ຊິຕີ້ 1-3 ໃນວັນທີ 11 ພະຈິກຜ່ານມາ ເຊິ່ງເຮັດໃຫ້ລາວຕ້ອງຖອນຕົວຈາກທີມຊາດຝຣັ່ງຊຸດຫລ້າສຸດນຳອີກ.
ເຖິງຢ່າງໃດກໍຕາມ, ທີມສະຕາຟຂອງ ແມນເຊັສເຕີ ຢູໄນເຕັດ ພົບວ່າອາການບາດເຈັບຂອງ ປ໊ອກບາ ບໍ່ໄດ້ຮຸນແຮງຫລາຍ ແລະ ຄາດວ່ານັກເຕະໄວ 25 ປີ ອາດບໍ່ຕ້ອງພັກດົນ ໂດຍລາວອາດຈະກັບມາລົງຫລິ້ນໄດ້ໃນທ້າຍອາທິດນີ້. ຂະນະທີ່ ອ໊ອງໂຕນີ ມາຣກຊິຢາລ ອາດຈະພ້ອມລົງຫລິ້ນໃນເກມກັບ ພາເລຊ ຄືກັນ ຫລັງກ່ອນໜ້ານີ້ມີອາການບາດເຈັບກ້າມຊີ້ນ.