ນີ້ແມ່ນອາການແພ້ນຳ້ຫອມ
November 20, 2018 - 11:28 AM
ເມື່ອເວົ້າເຖິງການແພ້ນຳ້ຫອມ ໃນບ່ອນນີ້ເຮົາບໍ່ໄດ້ສະເພາະເຈາະຈົງແຕ່ນຳ້ຫອມຫລາຍໆຍີ່ຫໍ້ ແຕ່ໝາຍລວມໄປເຖິງສານໃຫ້ກິ່ນຫອມໃນຜະລິດຕະພັນບຳລຸງຜິວ ແລະ ເຄື່ອງສຳອາງ ເຊິ່ງໄດ້ກາຍເປັນສາເຫດຫລັກຂອງການແພ້ເຄື່ອງສຳອາງ. ໃນປະຈຸບັນ ການແພ້ນຳ້ຫອມເກີດໄດ້ຫລາຍໆສາເຫດ ເຊັ່ນ : ແພ້ອານກໍຮໍ ເຊິ່ງເປັນໂຕຊ່ວຍລະເຫີຍນຳ້ມັນຫອມ, ແພ້ສານເຄມີຈາກນຳ້ຫອມສັງເຄາະ.
– ທ່ານມີອາການເຫລົ່ານີ້ຢູ່ຫລືບໍ່ ?
- ຄັນຕາມຜິວໜັງ : ມັກເກີດຢູ່ບໍລິເວນທີ່ທານຳ້ຫອມ ເຊັ່ນ : ກົກຫູ, ກ້ານຄໍ, ຂໍ້ພັບ ປ້ອງກັນໄດ້ໂດຍການທົດລອງທາ ຫລື ສີດນຳ້ຫອມໃສ່ບໍລິເວນແຂນ ປະໄວ້ປະມານ 2 ຊົ່ວໂມງກ່ອນຊື້.
- ໃບໜ້າເປັນສິວເກີດຈາກສານເຄມີ ຫລື ສ່ວນປະກອບໃນນຳ້ຫອມເຂົ້າໄປອັດຕັນຮູຂຸມຂົນ ເຮັດໃຫ້ອັກເສບ ມັກພົບເມື່ອໃຊ້ນຳ້ຫອມ ຫລື ເຄື່ອງສຳອາງປະມານ 1 ເດືອນຂຶ້ນໄປ ວິທີແກ້ແມ່ນຢຸດໃຊ້ທັນທີ ແລະ ເລືອກຜະລິດຕະພັນທີ່ບໍ່ມີສ່ວນປະສົມຂອງນຳ້ຫອມແທນ.
- ຜື່ນແພ້ : ໃນກໍລະນີຂອງຄົນທີ່ມີອາການແພ້ຫລາຍ ອາດພົບລັກສະນະຕຸ່ມນຳ້ໃສ ຫລື ເປັນໜອງ ອາການນີ້ພົບໄດ້ບໍ່ເລື້ອຍປານໃດ.
- ຮອຍດ່າງບໍລິເວນທີ່ທາ ຫລື ສີດນຳ້ຫອມ : ຮອຍນີ້ຈະເກີດຂຶ້ນເມື່ອຖືກແສງແດດ ເພາະນຳ້ຫອມຈະດູດຊຶມລັງສີອັລຕຣ້າໄວໂອເລດ ຈົນເກີດຮອຍດ່າງດຳ, ລັກສະນະຄ້າຍຝ້າ ເຊິ່ງປິ່ນປົວໄດ້ໂດຍການໃຊ້ຢາທາ.
- ລະຄາຍເຄືອງຕາ ແລະ ເນື້ອເຍື່ອດັງ : ເກີດຈາກການສີດສະເປຣນຳ້ຫອມ ວິທີແກ້ແມ່ນສີດນຳ້ຫອມໃຫ້ຕໍ່າກ່ວາລະດັບບ່າໄຫລ່ ແລະ ຫ່າງຈາກໂຕປະມານ 30 ຊັງຕີແມັດ ເພື່ອປ້ອງກັນການລະຄາຍເຄືອງ ແລ້ວຍັງບໍ່ເຮັດໃຫ້ເກີດຮອຍດ່າງເທິງເຄື່ອງນຸ່ງ, ແຕ່ຖ້າຍັງບໍ່ດີຂຶ້ນ ໃຫ້ໃຊ້ການທານຳ້ຫອມໃສ່ຈຸດກຳມະຈອນ, ຂໍ້ພັບ ຫລັງອາບນຳ້ໃໝ່ໆ ແທນການສີດສະເປຣ ວິທີນີ້ເຮັດໃຫ້ກິ່ນຕິດທົນດົນຂຶ້ນໄດ້.
- SICK HOUSE SYNDROME ພະຍາດນີ້ເກີດຈາກມົນລະພິດພາຍໃນເຮືອນ ເຊັ່ນ : ຂີ້ຝຸ່ນ, ຝຸ່ນລະອອງ, ສີທາເຮືອນ, ກິ່ນຢາສູບ ແມ່ນແຕ່ກິ່ນນຳ້ຫອມກໍເຮັດໃຫ້ເຈັບຫົວຊຳ້ເຮື້ອ ແລະ ໃນໄລຍະຍາວອາດສົ່ງຜົນຮ້າຍຕໍ່ປອດໄດ້.
– ຈະເຮັດແນວໃດເມື່ອແພ້ນຳ້ຫອມ ?
- ຢຸດການໃຊ້ນຳ້ຫອມ ຫລື ຜະລິດຕະພັນທີ່ມີສ່ວນປະສົມຂອງນຳ້ຫອມນັ້ນທັນທີ ຫລັງຈາກນັ້ນສັງເກດເບິ່ງວ່າມີອາການແພ້ລຸກລາມຫລາຍຂຶ້ນຫລືບໍ່ ໂດຍສ່ວນຫລາຍມັກຈະເຊົາພາຍໃນ 7 – 10 ມື້ ແຕ່ຫາກມີອາການຮຸນແຮງກໍຄວນຟ້າວໄປພົບແພດ.
- ຫາກເປັນຜື່ນແດງ ຫລື ເປັນຕຸ່ມບວມ ຫລື ເປັນຕຸ່ມນຳ້ໃສ ມີນຳ້ເຫລືອງຊຶມອອກມາ ຄວນເຮັດຄວາມສະອາດບາດແຜ ແລະ ໃສ່ຢາຂ້າເຊື້ອ ເພື່ອປ້ອງກັນການອັກເສບເປັນໜອງ ແລະ ຄວນໄປພົບແພດເພື່ອໃຫ້ກວດເບິ່ງວ່າເປັນອາການທີ່ເກີດຂຶ້ນຈາກອາການແພ້ເຄື່ອງສຳອາງຫລືບໍ່.
- ສຳລັບຄົນແພ້ຫລາຍເຖິງຂັ້ນນຳ້ຫອມສຳຜັດຜິວໂດຍກົງບໍ່ໄດ້ ອາດໃຊ້ວິທີສີດນຳ້ຫອມໃສ່ຜ້າເຊັດໜ້າ ແລ້ວພົກໃສ່ຖົງເສື້ອ, ຖົງໂສ້ງແທນກໍໄດ້ຄວາມຫອມບໍ່ໜ້ອຍກ່ວາກັນ.