ອີຣານຈະສືບຕໍ່ສົ່ງອອກນ້ຳມັນໂດຍບໍ່ຫົວຊາ ຕໍ່ມາດຕະການລົງໂທດຂອງອາເມລິກາ


ໃນບົດກ່າວປາໄສຢູ່ນະຄອນກອຍ, ວັນທີ 19 ພະຈິກ, ປະທານາທິບໍດີອີຣານ ຮັດຊານ ໂຣຮານິ ຖະແຫລງວ່າ: ເຕຮາລານຈະສືບຕໍ່ສົ່ງອອກນ້ຳມັນ ໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດຂອງອາເມລິກາ.
ປະທານາທິບໍດີ ຮັດຊານ ໂຣຮານິ ເນັ້ນໜັກວ່າ: ອາເມລິກາຖືກປະລາໄຊໃນການກີດຂວາງການເຄື່ອນໄຫວສົ່ງອອກນ້ຳມັນຂອງອີຣານ ຍ້ອນອາເມລິກາບໍ່ໄດ້ຮັບການສະໜັບສະໜູນທີ່ຈຳເປັນຂອງປະຊາຄົມສາກົນສຳລັບບັນດາມາດຕະການລົງໂທດແນໃສ່ອີຣານ.
ທ່ານ ໂຣຮານິ ຖືວ່າ: ອາເມລິກາພວມຖືກປິດລ້ອມ, ໃນຂະນະທີ່ ເຕຮາລານພັດໄດ້ຮັບການສະໜັບສະໜູນຈາກຫລາຍປະເທດ.
ໃນຕົວຈິງ, ສະຫະພາບເອີຣົບ (EU), ຝຣັ່ງ, ເຢຍລະມັນ, ອັງກິດ, ຣັດເຊຍ ແລະ ຈີນ ເຊິ່ງແມ່ນບັນດາປະເທດເຂົ້າຮ່ວມຂໍ້ຕົກລົງນິວເຄຼຍກັບອີຣານ ໃນປີ 2015 ພ້ອມກັບອາເມລິກາ ພວມມານະພະຍາຍາມຊອກຫາວິທີທຳລາຍບັນດາມາດຕະການຈຳກັດຂອງອາເມລິກາຕໍ່ອີຣານ.