ກອງ​ປະຊຸ​ມສະ​ໄໝ​ສາມັນ ​ເທື່ອ​ທີ 6 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໄຂຂຶ້ນ​ຢ່າງ​ເປັນ​ທາງ​ການໃນວັນທີ 20 ພະຈິກນີ້

ກອງ​ປະຊຸ​ມສະ​ໄໝ​ສາມັນ ​ເທື່ອ​ທີ 6 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ viii ​ໄຂຂຶ້ນ​ຢ່າງ​ເປັນ​ທາງ​ການໃນວັນທີ 20 ພະຈິກນີ້ - 2723e475 ac52 449c 9fbe 1e5fb403c184 - ກອງ​ປະຊຸ​ມສະ​ໄໝ​ສາມັນ ​ເທື່ອ​ທີ 6 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໄຂຂຶ້ນ​ຢ່າງ​ເປັນ​ທາງ​ການໃນວັນທີ 20 ພະຈິກນີ້
ກອງ​ປະຊຸ​ມສະ​ໄໝ​ສາມັນ ​ເທື່ອ​ທີ 6 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ viii ​ໄຂຂຶ້ນ​ຢ່າງ​ເປັນ​ທາງ​ການໃນວັນທີ 20 ພະຈິກນີ້ - kitchen vibe - ກອງ​ປະຊຸ​ມສະ​ໄໝ​ສາມັນ ​ເທື່ອ​ທີ 6 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໄຂຂຶ້ນ​ຢ່າງ​ເປັນ​ທາງ​ການໃນວັນທີ 20 ພະຈິກນີ້

ກອງ​​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໄດ້​​​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 20 ພະຈິກນີ້, ທີ່ຫ້ອງ​ປະຊຸ​ມສະພາ​ແຫ່ງ​ຊາດ (ຫຼັກ 6) ​ໂດຍການ​​ເປັນ​ປະທານ​ຂອງ​ທ່ານ ນາງ ​ປານີ ຢາ​ທໍ່​ຕູ້ ກໍາມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ປະທານ​ສະພາ​ແຫ່ງ​ຊາດ, ເປັນກຽດເຂົ້າຮ່ວມຂອງພະນະ​ທ່ານ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະ​ເທດແຫ່ງ​ ສປປ ລາວ, ມີ​ຜູ້​ນໍາ, ອາ​ດີດ​ການ​ນໍາ​ຂັ້ນ​ສູງຂອງພັກ-ລັດ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

​​    ກອງ​ປະຊຸມ​​ຄັ້ງ​ນີ້, ​​ໂດຍຈະ​ໄດ້​ສຸມ​ໃສ່​ພິຈາລະນາ, ຕົກລົງ ບັນ​ຫາ​ສໍາ​ຄັນ​ທີ່​ເປັນ​ພື້ນຖານ​ຂອງ​ປະ​ເທດ​ຊາດຄື: ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ທ່ານ ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ເຄື່ອນ​ໄຫວວຽກ​ງານ​ພົ້ນ​ເດັ່ນ​ຂອງ​ລັດຖະບານ ​ໃນ​​ໄລ​ຍະຜ່ານ​ມາ ​​ແລະ ທິດ​ທາງຈຸ​ດສຸມ​ໃນ​ປີ​ຕໍ່ໜ້າ; ພິຈາລະນາ, ຮັບຮອງ​​ເອົາ​ບົດ​ລາຍ​ງານ​ ສະພາບ​ການຈັດ​ຕັ້ງ​ປະຕິບັດ ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ, ​ແຜ​ນງົບປະ​ມານ​ແຫ່​ງລັດ, ​ແຜນ​ເງິນຕາ​ປີ 2018 ​ແລະ ທິດ​ທາງ​ແຜນການ ປະ​ຈໍ​າປີ 2019 ຂອງ​ລັດຖະບານ; ພິຈາລະນາ, ຮັບຮອງ​ເອົາ​ການ​ຊີ້​​ແຈງ​ຂອງ​ລັດຖະບານ​ກ່ຽວ​ກັບ​ຄຸ​ນນະພາ​ບການ​ກໍ່ສ້າງ ​ແລະ ການ​ສ້ອມ​ແປງ​ຖະໜົນ​ຫົນທາງ, ຄຸນ​ນະພາ​ບການ​ບໍລິການ ການ​ປິ່ນປົວ​ຢູ່​ໂຮງໝໍ​ເມືອງ​ ​ແລະ ສຸກ​ສາລາ, ການ​ຊີ້​ແຈງ​ອະທິບາຍ​ຂອງ​ອົງການ​ໄອ​ຍາ​ການ​ຂອງ​ປະຊາຊົນ​ສູງ​ສຸດ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ກົດໝາຍ​ວ່າ​ດ້ວຍ​ຂໍ້​ຜູກ​ພັນ​ໃນ​ສັນຍາ ​ແລະ ນອກ​ສັນຍາ ກ່ຽວ​ກັບ​ການ​ຫັນ​ການລະ​ເມີດ​ສັນ​ຍາ ກູ້​ຢື​ມມາ​ດໍ​າ​ເນີນ​ເປັນ​ຄະດີ​ອາ​ຍາ ​ແລະ ທິດ​ທາງ​​ແກ້​ໄຂ​ໃນ​ຕໍ່ໜ້າ. ນອກ​ນັ້ນ, ​ໃນ​ກອງ​ປະຊຸມ, ຍັງ​ຈະ​ໄດ້​ຮັບ​ຟັງ​ການ​ຊີ້​ແຈງ​ອະທິບາຍ​ເພີ່ມ​​ເຕີ​ມຈາກ​ທ່ານນາຍົກລັດຖະ​ມົນຕີ, ບັນດາ​ທ່ານ​ລັດຖະມົນຕີ ຈາກ​ກະຊວງ, ອົງການ​​ກ່ຽວຂ້ອງ​ຈໍານວນ​ໜຶ່ງທີ່​ພົວພັນ​ເຖິງ​ບັນ​ຫາ​ທີ່​ພົ້ນ​ເດັ່ນ ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ ທາງດ້ານ​​ເສດຖະກິດ-​ສັງ​ຄົມ, ​ເຊິ່ງສະມາຊິກ​ສະພາ​​ແຫ່ງ​ຊາດ​ນໍາ​ມາສະ​ເໜີ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້; ຮັບ​ຟັງ ​ແລະ ພິຈາລະນາ​ບົດ​ລາຍ​ງານ​ຂອງ​ລັດຖະບານ ກ່ຽວ​ກັບ​ການຈັດ​ຕັ້ງປະຕິບັດມະຕິ​ຂອງ​ກ​ອງປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ຂ​​ອງສະພາ​ແຫ່ງ​ຊາດ ຊຸດ​ທີ 8 ສະບັບ​ເລກທີ 079/ສພຊ, ລົງ​ວັນ​ທີ 17 ພະຈິກ 2017 ວ່າ​ດ້ວຍ​ກາ​ນພັດທະນາ​ຊົນນະບົ​ດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຕີ​ດພັນ​ກັບ​ເປົ້າ​ໝາຍການ​ພັດທະນາ​ແບບ​ຍືນ​ຍົງ. ພ້ອມ​ທັງ, ​ຈະ​ໄດ້​ພິຈາລະນາ, ຮັບຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ກ່ຽວ​ກັບ ການຈັດ​ຕັ້ງ​ປະ​ຕິ​ບັດ​ແຜນການ​ເຄື່ອນ​ໄຫວ​ວຽກ​ງານ​ປະ​ຈໍ​າປີ 2018 ​ແລະ ທິດ​ທາງ​ແຜນການ​ປະ​ຈໍາປີ 2019, ບົດ​ລາຍ​ງານ​ຜົນ​ການກວ​ດສອບ​ບົດ​ສະຫຼຸບ​ຂາດ​ຕົວ ການຈັດ​ຕັ້ງ​ປະຕິບັດ​​ແຜນ​ງົບປະ​ມານ​ແຫ່ງ​ລັດ ປະ​ຈໍ​າປີ 2017; ພິຈາລະນາ, ຮັບ​ຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ອົງການ​ກວດກາລັດຖະບານ​ກ່ຽວ​ກັບ ການ​ກວດກາ ຕາມ​ຜົນ​ການກວ​ດສອບ​ບົດ​ສະຫຼຸບ​ຂາດ​ຕົວ ການຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ສົກ​ປີ 2013-2014, 2014-2015 ​ແລະ 2015-2016; ພິຈາລະນາ, ຮັບ​ຮອງ​ເອົາ​ບົດ​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ຊົນ​ເຜົ່າບຣູ; ພິຈາ​ລະນາ, ຮັບຮອງ​ເອົາ ບົດ​ລາຍ​ງານ​ຂອງ​ອົງການ​​ໄອ​ຍາ​ການ​ປະຊາຊົນ​ສູງສຸດ ​ແລະ ສານ​ປະຊາຊົນ​ສູງ​ສຸດ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ ​ແຜນການ​ເຄື່ອນ​ໄຫວ​ວຽກ​ງານ​ກາງ​ສະ​ໄໝ (2016-2018), ປະ​ຈໍາປີ 2018, ທິດ​ທາງ​ແຜນການ ຮອດ​ປີ 2020 ​ແລະ ວຽກ​ງານ​ຈຸດ​ສຸມ ປະ​ຈໍ​າປີ 2019; ພິຈາລະ​ນາ, ຮັບຮອງ​ເອົາບົດ​ລາຍ​ງານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວຽກ​ງານ ກາງສະ​ໄໝຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 8 (2016-2018) ປະ​ຈໍາປີ 2018 ທິດ​ທາງ​ແຜນການ​ຮອດກອງ​ປະຊຸມ​ຄັ້ງ​ປະຖົມມະ​ລຶກຂອງ​ສະພາ​​ແຫ່ງຊາດ​ ຊຸດ​ທີ 9 ​ແລະ ​ແຜນວຽກຈຸດ​ສຸມ​ປະ​ຈໍາປີ 2019; ພິຈາລະນາ​, ຮັບຮ​ອງ​ເອົາ​ແຜນການ​ສ້າງ ​ແລະ ປັບປຸງ​ກົດໝາຍ, ​ແຜນການ​ຕິດຕາມ​ກວດກາ​ ປະ​ຈໍາປີ 2019 ຂອງ​ສະພາ​ແຫ່ງ​ຊາດ; ພິຈາລະນາ ​ແລະ ຮັບຮອງການ​ສ້າງ ​ແລະ ​ປັບປຸງ​ຮ່າງ​ກົດໝາຍ ຈໍານວນ 8 ສະບັບ​ຄື: ​ໃນ​ຂົງ​ເຂດ​ເສດຖະກິດ 4 ສະບັບ, ຂົງ​ເຂດ​ວັດທະນະ​ທໍາ-​ສັງ​ຄົມ 2 ສະບັບ, ຂົງ​ເຂດ​ປົກຄອງ ​ແລະ ຍຸຕິ​ທໍາ 1 ສະບັບ ​ແລະ ​ໃນ​ຂົງ​ເຂດ​ຕ່າງປະ​ເທດ 1 ສະບັບ.

ກອງ​ປະຊຸ​ມສະ​ໄໝ​ສາມັນ ​ເທື່ອ​ທີ 6 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ viii ​ໄຂຂຶ້ນ​ຢ່າງ​ເປັນ​ທາງ​ການໃນວັນທີ 20 ພະຈິກນີ້ - Visit Laos Visit SALANA BOUTIQUE HOTEL - ກອງ​ປະຊຸ​ມສະ​ໄໝ​ສາມັນ ​ເທື່ອ​ທີ 6 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໄຂຂຶ້ນ​ຢ່າງ​ເປັນ​ທາງ​ການໃນວັນທີ 20 ພະຈິກນີ້

ກອງ​ປ​ະຊຸມ​ຍັງ​ຈະ​ໄດ້​ປະກອບ​ຄວາມ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ ທີ່​ດິນ (ສະບັບ​ປັບປຸງ), ​ເຊິ່ງ​ເປັນ​ຮ່າງ​ກົດໝາຍ​ທີ່​ສໍາຄັນ​ໃນ​ການຈັດ​ຕັ້ງຜັນ​ຂະຫຍາຍ​ມະຕິ ຂອງ​ຄະນະ​ນໍາ​ບໍລິຫານ​ງານ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ ​ແລະ ພັດທະ​ນາ​ທີ່​ດິນອໃນ​ໄລຍະ​ໃໝ່​ອສະບັບ​ເລກທີ 026/ຄບສພ, ລົງ​ວັນ​ທີ 3/8/2017 ​ໃຫ້​ເປັນ​ອັນ​ລະ​ອຽດ ​ເພື່ອ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ທີ່​ດິນ ​ແລະ ສົ່ງ​ເສີມ​ການ​ນໍາ​ໃຊ້​ທີ່​ດິນ, ​ເຊິ່ງ​ເປັນ​ທ່າ​ແຮງ​ທາງ​ດ້ານ​ຊັບພະຍາກອນ ​ໃຫ້​ມີ​ປະສິດທິ​ຜົນ ​ແກ່​ກາ​ນພັດທະນາ​ເສ​ດຖະກິດ​ແຫ່ງ​ຊາດ ກໍ່​ຄື ການ​ສົ່ງ​ເສີມ​ການ​ຜະລິດ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ບັນ​ດາ​ເຜົ່າ​ໃຫ້​ນັບມື້​ນັບ​ດີ​ຂຶ້ນ.

ກອງ​ປະຊຸ​ມສະ​ໄໝ​ສາມັນ ​ເທື່ອ​ທີ 6 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ viii ​ໄຂຂຶ້ນ​ຢ່າງ​ເປັນ​ທາງ​ການໃນວັນທີ 20 ພະຈິກນີ້ - 4 - ກອງ​ປະຊຸ​ມສະ​ໄໝ​ສາມັນ ​ເທື່ອ​ທີ 6 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໄຂຂຶ້ນ​ຢ່າງ​ເປັນ​ທາງ​ການໃນວັນທີ 20 ພະຈິກນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!