ຍີ່ປຸ່ນມີຄົນຕິດໄວຣັສຫັດເຢຍລະມັນ ເກີນ 2.000 ຄົນແລ້ວ
November 21, 2018 - 5:09 PM
ເຈົ້າໜ້າທີ່ສາທາລະນະສຸກຍີ່ປຸ່ນແຈ້ງວ່າ: ພົບຜູ້ປ່ວຍໄວຣັສຫັດເຢຍລະມັນແລ້ວ 2.032 ຄົນ ໄລ່ມາຮອດວັນທີ 11 ພະຈິກ ຫລາຍກວ່າປີກ່ອນເຖິງ 21 ເທົ່າ ແລະ ຫລາຍທີ່ສຸດນັບແຕ່ມີການລະບາດໃຫຍ່ໃນປີ 2013.
ເວັບໄຊບໍລິສັດກະຈາຍສຽງຍີ່ປຸ່ນ (NHK) ລາຍງານວ່າ: ສະຖາບັນພະຍາດຕິດຕໍ່ແຫ່ງຊາດໃນນະຄອນຫລວງໂຕກຽວເຕືອນວ່າ: ຖ້າແມ່ຍິງຖືພາຕິດເຊື້ອໄວຣັສຫັດເຢຍລະມັນອາດເຮັດໃຫ້ເດັກມີຄວາມຜິດປົກກະຕິໃນການແນມເຫັນ, ໄດ້ຍິນ ຫລື ກ່ຽວກັບຫົວໃຈ. ດັ່ງນັ້ນ ຂໍໃຫ້ແມ່ຍິງທີ່ຄິດຈະມີລູກໄປຮັບການສັກວັກແຊງ ແລະ ການສັກຢາກະຕຸ້ນກ່ອນຖືພາ, ສ່ວນສະມາຊິກໃນຄອບຄົວຂອງແມ່ຍິງຖືພາຄວນໄດ້ຮັບການສັກວັກແຊງນຳ ເພື່ອປ້ອງກັນການຕິດເຊື້ອ ແລ້ວຈະແຜ່ຕໍ່ໄປຫາແມ່ຍິງຖືພາ.