ເຫດລະເບີດຂ້າຕົວຕາຍ ໃນອັບການິດສະຖານ ມີຜູ້ເສຍຊີວິດຫລາຍກວ່າ 50 ຄົນ


ກະຊວງສາທາລະນະສຸກອັບການິດສະຖານ ລາຍງານວ່າ: ເຫດລະເບີດຂ້າຕົວຕາຍ ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 50 ຄົນ ແລະ ບາດເຈັບອີກ 80 ກວ່າຄົນ ຢູ່ຫ້ອງຈັດລ້ຽງຂອງໂຮງແຮມໃນນະຄອນຫລວງກາບູນ ໃນຕອນຄໍ່າວັນທີ 20 ພະຈິກຕາມເວລາທ້ອງຖິ່ນ.
ເຫດລະເບີດເກີດຂຶ້ນເມື່ອເວລາປະມານ 18:15 ໂມງ ວັນທີ 20 ພະຈິກ ທີ່ຫ້ອງຈັດລ້ຍງພາຍໃນໂຮງແຮມຢູເຣນັລ ທ່າມກາງຄະນະນັກວິຊາການສາສະໜາອິດສະລາມ. ທ່ານ ມາມຸດ ຜູ້ເຫັນເຫດການເລົ່າວ່າ: ເຫດລະເບີດໂຈມຕີເກີດຂຶ້ນຢູ່ຊັ້ນສູງ ເຊິ່ງເປັນທີ່ຕັ້ງຂອງຫ້ອງຈັດລ້ຽງ ແລະ ແກ້ວແວ່ນປ່ອງຢ້ຽມທັງໝົດແຕກ ພວກເຂົາຕົກໃຈຈຶ່ງປິດປະຕູທັງໝົດ, ຈາກນັ້ນອີກ 2-3 ນາທີຕໍ່ມາ ມີຄົນຂຶ້ນມາບອກໃຫ້ພວກເຂົາອົບພະຍົບອອກຈາກຫ້ອງໂດຍໄວ. ຕຳຫລວດໄດ້ປິດກັ້ນພື້ນທີ່ເກີດເຫດທັງໝົດ ແລະ ຍັງບໍ່ມີກຸ່ມໃດອ້າງເປັນຜູ້ຢູ່ເບື້ອງຫລັງເຫດລະເບີດຂ້າຕົວຕາຍຄັ້ງນີ້.