ບາຊາ ຕົກລົງບໍ່ຍອມດຶງນັກເຕະ ລິເວີພູລ 3 ປີ

ບາຊາ ຕົກລົງບໍ່ຍອມດຶງນັກເຕະ ລິເວີພູລ 3 ປີ - 222 - ບາຊາ ຕົກລົງບໍ່ຍອມດຶງນັກເຕະ ລິເວີພູລ 3 ປີ
ບາຊາ ຕົກລົງບໍ່ຍອມດຶງນັກເຕະ ລິເວີພູລ 3 ປີ - kitchen vibe - ບາຊາ ຕົກລົງບໍ່ຍອມດຶງນັກເຕະ ລິເວີພູລ 3 ປີ

“ກາ​ເດ​ນາ ​ເຊຣ” ສະຖານີ​ວິທະຍຸຊື່​ດັງ​ໃນ​ປະ​ເທດສະ​ເປ​ນ ລາຍ​ງານ​ວ່າ: ລິ​ເວີ​ພູລ ຍອມ​ທີ​ມ​ໃນ ພຣີ​ເມຍ​ລີກ ອັງກິດ ​ໄດ້​ເຮັດ​ຂໍ້​ຕົກລົງ​ກັບ ບາ​ເຊ​ໂລ​ນາ ມະຫາ​ອຳນາດ​ບານ​ເຕະ​ແຫ່ງ ລາ ລີ​ກາ ສະ​ເປ​ນ ບໍ່​ໃຫ້​ທີ​ມຈາກ​ສະ​ເປ​ນມາ​ດຶງ​ນັກ​ເຕະ​ຂອງ ລິ​ເວີ​ພູລ ​ໄປ​ຮ່ວມ​ທີ​ມ​ເປັນ​ເວລາ 3 ປີ ນັບ​ແຕ່​ຍອມ​ປ່ອຍ ຟິລິບ​ເປ ຄູ​ຕິນ​ໂຢ ​ເພລ​ເມກ​ເກີ​ທີ​ມຊາດ​ບຣາຊິ​ລ ​ໄປ​ຫລິ້ນ​ໃນ​ຖິ່ນ ຄຳ ນູ ​​ໃນ​ເດືອນ​ມັງກອນ​ຜ່ານ​ມາ. ຂະນະ​ທີ່​ກ່ອນ​ໜ້າ​ນີ້​ກໍ​ຍອມ​ປ່ອຍ​ນັກ​ເຕະ​ໃຫ້​ທີ​ມ ບາ​ເຊ​ໂລ​ນາ ​ໄປ​​ແລ້ວ​ຫລາຍ​ຄົນ ລວມທັງ ຮາ​ເວ​ຍ ມາສ​ເຄຣາ​ໂນ ​ແລະ ຫລຸຍ ຊົວ​ເຣຊ.

ກ່ອນ​ໜ້າ​ນີ້, ບາ​ເຊ​ໂລ​ນາ ຕ້ອງການ​ໄດ້ ຄູ​ຕິນ​ໂຢ ​ໄປ​ຮ່ວມ​ທີ​ມນັບ​ແຕ່​ຊຳ​ເມີ້​ປີ 2017 ​ແຕ່ ລິ​ເວີ​ພູລ ຍັງ​ບໍ່​ຍອມ​ປ່ອຍ ​ເຖິງ​ວ່າ​ນັກ​ເຕະ​ຈະ​ຕ້ອງການ​ຍ້າຍ​ທີ​ມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ທີ​ມດັງ​ແຫ່ງ​ຖິ່ນ​ເມີ​ຊີ​ໄຊ ຕັດສິນ​ໃຈ​ຂາຍ​ດາວ​ເຕະບຣາຊິ​ລ​ໃຫ້ ບາ​ຊາ ດ້ວຍ​ຄ່າ​ຕົວ 142 ລ້ານ​ປອນ ​ໃນ​ເດືອນ​ມັງກອນ​ຜ່ານ​ມາ ​ໂດຍ​ສື່​ດັງ​ສ​ະ​ເປ​ນ ລະບຸ​ວ່າ: ໜຶ່ງ​ໃນ​ສາ​ເຫດ​ທີ່ ລິ​ເວີ​ພູລ ຍອມ​ຂາຍ​ເພລ​ເມກ​ເກີ​ຄົນ​ເກັ່ງ ​ເປັນ​ເພາະ​ທີ​ມດັງ​ແຫ່ງ​ແຄວ້ນ​ກາ​ຕາ​ລຸນ​ຢາຍ​ອມຕົກລົງ​ຈະ​ບໍ່​ມາ​ດຶງ​ນັກ​ເຕະ​ຂອງ​ສະ​ໂມ​ສອນ​ອີກ​ເປັນ​ເວລາ 3 ປີ ຈົນ​ຮອດ​ປີ 2021 ຍົກ​ເວັ້ນ​ໃນ​ກໍລະນີ​ທີ່​ພວກ​ເຂົາ​ຕ້ອງການ​ຂາຍ​ນັກ​ເຕະ​ຄົນ​ນັ້ນອອກ​ໄປ​ເອງ​ເທົ່າ​ນັ້ນ.

ບາຊາ ຕົກລົງບໍ່ຍອມດຶງນັກເຕະ ລິເວີພູລ 3 ປີ - Visit Laos Visit SALANA BOUTIQUE HOTEL - ບາຊາ ຕົກລົງບໍ່ຍອມດຶງນັກເຕະ ລິເວີພູລ 3 ປີ
ບາຊາ ຕົກລົງບໍ່ຍອມດຶງນັກເຕະ ລິເວີພູລ 3 ປີ - 3 - ບາຊາ ຕົກລົງບໍ່ຍອມດຶງນັກເຕະ ລິເວີພູລ 3 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!