ຜົນກອງປະຊຸມລັດຖະບານປະຈໍາເດືອນ ພະຈິກ 2018
ກອງປະຊຸມລັດຖະບານປະຈໍາເດືອນພະຈິກ 2018 ໄດ້ມີຂຶ້ນໃນວັນທີ 19 ຜ່ານມານີ້, ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ. ກອງປະຊຸມໄດ້ພິຈາລະນາ ແລະ ປະກອບຄໍາເຫັນໃສ່ເອກະສານສໍາຄັນຄື: ບົດລາຍງານສະພາບພົ້ນເດັ່ນການເຄື່ອນໄຫວວຽກງານຂອງລັດຖະບານໃນຜ່ານມາ ແລະ ທິດທາງໃນຕໍ່ໜ້າ, ລາຍງານຄວາມຄືບໜ້າປະຕິບັດຄໍາສັ່ງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການກະຕຸ້ນເສດຖະກິດມະຫາພາກ, ຮ່າງດໍາລັດວ່າດ້ວຍກອງທຶນສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ, ຮ່າງດໍາລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຍຸດທະສາດວ່າດ້ວຍການເຕີບໂຕສີຂຽວແຫ່ງຊາດຮອດປີ 2030 ເພື່ອໃຫ້ມີຄວາມຮັດກຸ່ມ, ລະອຽດຊັດເຈນດ້ານຫລັກການ ແລະ ມີບາງເອກະສານແມ່ນຈະໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນໃນປັດຈຸບັນນີ້ພິຈາລະນາຮັບຮອງ.
ໂອກາດນີ້, ທ່ານນາຍົກລັດຖະມົນຕີ, ໄດ້ເນັ້ນໃຫ້ເພີ່ມທະວີເອົາໃຈໃສ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ໜໍ່ແໜງອາດຈະກໍ່ໃຫ້ເກີດອາຊະຍາກຳຕ່າງໆ, ຕ້ານຄ້າມະນຸດ, ຂີ້ລັກງັດແງະ, ການຄ້າຂາຍຢາເສບຕິດ, ແກ໋ງກວນເມືອງ, ອັກຄີໄພ, ການໃຊ້ສື່ອອນລາຍເຄື່ອນໄຫວໄປໃນທາງທີ່ບໍ່ດີແລະ ຂັດຕໍ່ລະບຽບກົດໝາຍຕ່າງໆ, ໃຫ້ກະຊວງການເງິນສືບຕໍ່ຄຸ້ມຄອງການເກັບລາຍຮັບໃຫ້ໄປຕາມແຜນ, ໂດຍນໍາໃຊ້ເຄື່ອງມືທັນສະໄໝໃຫ້ຫລາຍຂຶ້ນ, ພ້ອມທັງຈັດສັນງົບປະມານເພື່ອຊໍາລະໜີ້ໂຄງການລົງທຶນຂອງລັດໃນປີ 2019 ໃຫ້ມີຄວາມເໝາະສົມ, ທັງຮັບປະກັນຄວາມໂປ່ງໃສ, ຍຸຕິທໍາ ແລະ ຫລີກລ້ຽງສຽງຈົ່ມວ່າຕ່າງໆຂອງຜູ້ປະກອບການ. ນອກນີ້, ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສືບຕໍ່ຕິດຕາມ ແລະ ກວດກາຄຸນນະພາບການສ້ອມແປງຖະໜົນຫົນທາງທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດຢູ່ທ້ອງຖິ່ນຕ່າງໆ ເພື່ອອໍານວຍຄວາມສະດວກໃນການສັນຈອນ ແລະ ການຂົນສົ່ງໃຫ້ເປັນປົກກະຕິ. ສ່ວນການສະເຫລີມສະຫລອງວັນສ້າງຕັ້ງເມືອງວຽງໄຊຄົບຮອບ 50 ປີທີ່ແຂວງຫົວພັນ ແລະ ການສະເຫລີມສະຫລອງວັນຊາດຄົບຮອບ 43 ປີ ຕ້ອງໃຫ້ຮັບປະກັນທາງດ້ານເນື້ອໃນ, ຄວາມສະຫງົບປອດໄພ ແລະ ປະຍັດມັດທະຢັດ.