ຍັງມີຫລາຍໂຄງການນອກແຜນບໍ່ທັນໄດ້ຖືກກວດກາ
November 21, 2018 - 11:21 PM
ອົງການກວດກາລັດຖະບານ ໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດທີ່ພວມດຳເນີນໃນປັດຈຸບັນນີ້ວ່າ: ໂຄງການນອກແຜນມີທັງໝົດ 442 ໂຄງການ ລວມມີມູນຄ່າ 5.055 ຕື້ກວ່າກີບ ໃນນີ້ຍັງມີຫລາຍໂຄງການຍັງບໍ່ທັນໄດ້ຖືກກວດສືບລະອຽດ ແລະ ຜ່ານການກວດກາແລ້ວກວ່າ 254 ໂຄງການພົບວ່າສ່ວນໃຫຍ່ແມ່ນໂຄງການກໍ່ສ້າງເສັ້ນທາງ, ຊົນລະປະທານ, ປຸກສ້າງຕຶກອາຄານ ແລະ ອື່ນໆ ແລະ ມີມູນຄ່າສູງເກີນຈິງ ໃນນີ້ຈຳນວນໜຶ່ງແມ່ນຊຳລະໝົດແລ້ວ. ແນວໃດກໍຕາມ, ການສ້າງໂຄງການນອກແຜນແມ່ນການລະເມີດລະບຽບກົດໝາຍ, ລະເມີດວິໄນແຜນການ-ການເງິນ ເນື່ອງຈາກສ້າງໜີ້ສິນໃຫ້ລັດຈຳນວນຫລາຍ, ແຕ່ສ່ວນໜຶ່ງແມ່ນສ້າງຜົນປະໂຫຍດໃຫ້ກຸ່ມຄົນ ຫລື ບຸກຄົນ ແຕ່ລັດພັດເສຍຫາຍ.