ລັດເລັ່ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ
ລັດຖະບານພວມເລັ່ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດຢ່າງແຂງແຮງ, ພາຍຫລັງເຫັນວ່າມາດຕະການດັ່ງກ່າວຊ່ວຍແກ້ໄຂ ແລະ ຜ່ອນຄາຍສະພາບຫຍຸ້ງຍາກດ້ານເສດຖະກິດຂອງປະເທດໄດ້ດີຂຶ້ນ.
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນໃນປັດຈຸບັນນີ້ວ່າ: ມາດຕະການທີ່ລັດຖະບານໄດ້ກໍານົດນັ້ນ ມີຄື: (1) ມາດຕະການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ, ສາມາດຄວບຄຸມປະລິມານເງິນ M2 ອອກສູ່ຂອດຈໍລະຈອນໄດ້ 9,89% (ຢູ່ໃນກອບບໍ່ເກີນ 25%), ສາມາດຄວບຄຸມສ່ວນຕ່າງອັດຕາແລກປ່ຽນລະຫວ່າງທະນາຄານ ແລະ ຕະຫລາດໃຫ້ຢູ່ໃນຂອບທີ່ສະພາແຫ່ງຊາດຮັບຮອງ, ໄດ້ມີການຈຳກັດການນຳໃຊ້ເງິນຕາຕ່າງປະເທດໂດຍສົ່ງເສີມການຊຳລະສິນຄ້າ-ບໍລິການເປັນເງິນກີບ, ຊຸກຍູ້ການຊຳລະຄ່າທາງ, ພາສີ-ອາກອນຜ່ານລະບົບທະນາຄານ. (2) ມາດຕະການປັບປຸງສະພາບແວດລ້ອມ ແລະ ອຳນວຍຄວາມສະດວກໃນການດຳເນີນທຸລະກິດ, ຊຶ່ງໄດ້ຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມສາມາດໃນການດຳເນີນທຸລະກິດ ແລະ ແກ້ໄຂຂໍ້ຫຍຸ້ງຍາກຕ່າງໆໃຫ້ຫລຸດລົງເທື່ອລະກ້າວ. (3) ມາດຕະການແກ້ໄຂໜີ້ສິນພາຍໃນ, ເຊິ່ງໄດ້ຊຳລະໜີ້ດ້ວຍແຫລ່ງທຶນປົກກະຕິ, ອວ່າຍໜີ້ສາມແຈ, ຊຳລະຄືນຕົ້ນທຶນພັນທະບັດລົງທຶນ, ເຮັດໃຫ້ໜີ້ສິນໂຄງການປະຕິບັດສຳເລັດ 100% ຫລຸດລົງ. (4) ມາດຕະການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໄດ້ກວດກາຄືນຖານລາຍຮັບຕົ້ນຕໍທີ່ມີແລ້ວໃຫ້ຄົບຖ້ວນ, ນຳໃຊ້ລະບົບທັນສະໄໝເຂົ້າໃນການເກັບຄ່າທຳນຽມທາງ ເຊິ່ງເຫັນວ່າກ່ອນການນຳໃຊ້ລະບົບທັນສະໄໝສາມາດເກັບລາຍຮັບເຂົ້າງົບປະມານໄດ້ພຽງແຕ່ 10 ຕື້ກວ່າກີບ, ແຕ່ ພາຍຫລັງນຳໃຊ້ລະບົບທັນສະໄໝສາມາດເກັບລາຍຮັບໄດ້ 5-6 ເທົ່າຕົວ. (5)ມາດຕະການພັດທະນາ SMEs ແລະ ການສົ່ງເສີມການຜະລິດ ໂດຍໄດ້ສືບຕໍ່ປັບປຸງດຳລັດວ່າດ້ວຍກອງທຶນສົ່ງເສີມ SMEs ເພື່ອຍົກລະດັບນະໂຍບາຍ, ກົນໄກ ແລະ ເຄື່ອງມືໃນການພັດທະນາ SMEs ໃຫ້ມີປະສິດທິຜົນກວ່າເກົ່າ, ຂະຫຍາຍກອງທຶນ SMEs ແລະ ຊຸກຍູ້ໃຫ້ທະນາຄານລັດ ແລະ ທະນາຄານທຸລະກິດລະດົມທຶນເພື່ອສະໜອງສິນເຊື່ອໃຫ້ແກ່ SMEs ທີ່ມີຄວາມອາດສາມາດສູງ. ປັດຈຸບັນກຳລັງຈັດຕັ້ງປະຕິບັດສ້າງກອງທຶນພັດທະນາ SMEs ຈຳນວນ 200 ຕື້ກີບໂດຍມີດອກເບ້ຍຕໍ່າ, ປ່ອຍກູ້ໃຫ້ເປົ້າໝາຍຮັບໃຊ້ນະໂຍບາຍລັດຖະບານ. ນອກນີ້ ຍັງໄດ້ຊອກແຫລ່ງທຶນກູ້ຢືມຈາກພາຍໃນ ແລະ ຕ່າງປະເທດທີ່ມີໄລຍະຍາວ ແລະ ດອກເບ້ຍຜ່ອນຜັນ. (6) ມາດຕະການປັບປຸງໂຄງສ້າງການລົງທຶນ ໂດຍໄດ້ກວດກາຄືນມາດຕະຖານເຕັກນິກ ແລະ ມູນຄ່າຂອງບັນດາໂຄງການລົງທຶນຂອງລັດໃນປີ 2017 ຈຳນວນ 18 ໂຄງການ, ສາມາດເກັບກູ້ ແລະ ປະຢັດງົບປະມານຂອງລັດໄດ້ປະມານ 200 ລ້ານໂດລາສະຫະລັດ ແລະ ໃນສົກປີ 2018 ຈຳນວນ 12 ໂຄງການ ສາມາດເກັບກູ້ງົບປະມານຂອງລັດໄດ້ 219 ລ້ານໂດລາສະຫະລັດ ລວມທັງໝົດປະມານ 419 ລ້ານໂດລາສະຫະລັດ. ພ້ອມນີ້ ໄດ້ກວດກາຄືນໂຄງການທີ່ໄດ້ຜ່ານການຮັບຮອງແລ້ວ ແຕ່ບໍ່ທັນຈັດຕັ້ງປະຕິບັດ ຫລື ປະຕິບັດໄປແລ້ວແຕ່ບໍ່ທັນສຳເລັດ ແມ່ນໄດ້ກວດກາຄືນ ຖ້າບໍ່ມີແຫລ່ງງົບປະມານທີ່ອາດສາມາດຊຳລະ ແລະ ເປັນໂຄງການທີ່ບໍ່ທັນຈຳເປັນແທ້, ປະສິດທິຜົນຕໍ່າແມ່ນໄດ້ໃຫ້ຢຸດຕິ ຫລື ໂຈະໂຄງການໄວ້ກ່ອນ ແລະ ໂຄງການໃດທີ່ມີຄວາມຈຳເປັນກໍໃຫ້ຫລຸດມາດຕະຖານ-ເຕັກນິກໃນບາງອັນເຊັ່ນ: ຈາກທາງປູເບຕົງເປັນທາງປູຢາງ, ຈາກທາງປູຢາງເປັນທາງປູຫີນແຮ່, ຫລຸດຄວາມກວ້າງໜ້າທາງລົງ ເຫລົ່ານີ້ເປັນຕົ້ນ ເພື່ອເຮັດແນວໃດໃຫ້ຫລຸດຜ່ອນການສ້າງໜີ້ສິນເພີ່ມຂຶ້ນໃໝ່ໃຫ້ໜ້ອຍທີ່ສຸດ, ປັດຈຸບັນສາມາດເວົ້າໄດ້ວ່າ ໄດ້ຢຸດຕິການຈັດຕັ້ງປະຕິບັດໂຄງການນອກແຜນໄດ້ຢ່າງສິ້ນເຊີງ, ສົ່ງເສີມການລົງທຶນຂອງພາກສັງຄົມ ແລະ ທຸລະກິດເຂົ້າໃນການພັດທະນາກໍ່ສ້າງພື້ນຖານໂຄງລ່າງໃນຮູບແບບ BOT ແລະ PPP ໃຫ້ຫລາຍຂຶ້ນ ເພື່ອຫລຸດຜ່ອນພາລະແບກຫາບຂອງລັດ. (7) ມາດຕະການຄຸ້ມຄອງທີ່ດິນ ແລະ ການເກັບລາຍຮັບຈາກທີ່ດິນ ໄດ້ເອົາໃຈໃສ່ວຽກງານໃນການອອກໃບຕາດິນ ເພື່ອສ້າງຖານຂໍ້ມູນ ແລະ ພື້ນຖານໃນການເກັບພາສີ-ອາກອນທີ່ດິນ ແລະ ໃນຕໍ່ໜ້າຈະຊຸກຍູ້ໃຫ້ມີການເກັບພາສີທີ່ດິນ ດ້ວຍລະບົບເອເລັກໂຕຣນິກຜ່ານລະບົບທະນາຄານ. ຮອດເດືອນພະຈິກ 2018 ສາມາດອອກໃບຕາດິນໃນຂອບເຂດທົ່ວປະເທດໄດ້ 92.242 ຕອນ ເທົ່າກັບ 92,24% ຂອງແຜນການ (ມະຕິສະພາ 100.000 ຕອນ) ແລະ (8) ມາດຕະການຕິດຕາມ-ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ໄດ້ກວດກາການປະຕິບັດຄຳສັ່ງເລກທີ 15/ນຍ ເຊິ່ງປັດຈຸບັນສາມາດປະມູນຂາຍໄມ້ຢຶດເອົາງົບປະມານເຂົ້າລັດໄດ້ 1,94 ລ້ານກວ່າໂດລາ ແລະ 34 ຕື້ກວ່າກີບ. ພ້ອມນັ້ນ ກໍສືບຕໍ່ແກ້ໄຂໄມ້ຢຶດທີ່ບໍ່ທັນໄດ້ຈັດຕັ້ງການປະມູນ ແລະ ເລັ່ງທວງການຄ້າງມອບພັນທະຈາກຜູ້ປະກອບການທີ່ຊະນະການປະມູນ ແຕ່ບໍ່ທັນຊຳລະຄ່າພັນທະໄມ້ໃຫ້ລັດ, ກ່ອນຄຳສັ່ງເລກທີ 15/ນຍ ມີໂຮງງານອຸດສາຫະກຳໄມ້ທັງໝົດ 2.102 ໂຮງງານ, ພາຍຫລັງປະກາດໃຊ້ຄຳສັ່ງດັ່ງກ່າວ ລັດຖະບານໄດ້ກວດກາຄືນ ແລະ ຍຸບເລີກໂຮງງານໄມ້ທີ່ບໍ່ໄດ້ມາດຕະຖານເປັນຈຳນວນຫລາຍ ເຊິ່ງປັດຈຸບັນທົ່ວປະເທດຍັງມີຈຳນວນ 1.150 ໂຮງງານ ແລະ ຍັງຈະສືບຕໍ່ປັບປຸງດັດສົມຕື່ມ.