ສະພາສະເໜີລັດຖະບານເອົາໃຈໃສ່ຫລາຍບັນຫາໃນການບໍລິຫານປະເທດ
ໃນວັນທີ 22 ພະຈິກນີ້, ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໄດ້ມີຄຳເຫັນຕໍ່ບົດລາຍງານຂອງລັດຖະບານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງເຫັນວ່າ: ໃນໄລຍະຜ່ານມາໄດ້ມີຜົນສຳເລັດຫລາຍດ້ານ ເຮັດໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນ. ແຕ່ຄຽງຄູ່ກັນນັ້ນ, ໃນຕໍ່ໜ້ານີ້ ຍັງຈະມີສິ່ງທ້າທາຍຫລາຍດ້ານໃນການບໍລິຫານປະເທດ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ບັນລຸແຜນການວາງໄວ້ ຈຶ່ງຂໍສະເໜີໃຫ້ລັດຖະບານເອົາໃຈໃສ່ບາງບັນຫາຄື: ສືບຕໍ່ແກ້ໄຂຕົວຊີ້ວັດທີ່ມີຄວາມບອບບາງ ແລະ ມີຄວາມສ່ຽງດ້ານເສດຖະກິດ ເປັນຕົ້ນມີວິທີສ້າງຖານລາຍຮັບທີ່ໝັ້ນທ່ຽງ ແລະ ຫລຸດຜ່ອນການຂາດດຸນງົບປະມານ, ແກ້ໄຂອຸປະສັກກີດຂວາງຕໍ່ການຄ້າ-ການລົງທຶນ, ເພີ່ມທະວີມາດຕະການຈັດເກັບລາຍຮັບໃຫ້ໄດ້ຢ່າງຕໍ່າ 18,6% ຂອງ GDP, ປະຕິບັດການສ້າງແຜນລາຍຈ່າຍບົນພື້ນຖານມີລາຍຮັບເທົ່ານັ້ນ, ຄົ້ນຄວ້າວິທີແກ້ໄຂໜີ້ສິນໂຄງການລົງທຶນຂອງລັດໃຫ້ສຳເລັດ 100%, ເອົາໃຈໃສ່ຄຸ້ມຄອງກະແສເງິນຕາຕ່າງປະເທດໃນການນຳເຂົ້າ-ສົ່ງອອກສິນຄ້າ, ການກູ້ຢືມ, ຊ່ວຍເຫລືອລ້າ ລວມສູນຜ່ານທະນາຄານ, ຄຸ້ມຄອງຮ້ານແລກປ່ຽນເງິນຕາ, ສະຖາບັນການເງິນ ແລະ ກອງທຶນຕ່າງໆ, ເລັ່ງປັບປຸງ ຫລື ຟື້ນຟູທະນາຄານທຸລະກິດລັດທີ່ຂາດທຶນ, ເອົາໃຈໃສ່ແກ້ໄຂອຸປະສັກໃນການສົ່ງອອກ-ນ້ຳເຂົ້າສິນຄ້າ, ການທ່ອງທ່ຽວຢູ່ບັນດາດ່ານໃນທົ່ວປະເທດໃຫ້ມີຄວາມສະດວກ, ພ້ອມທັງຍົກສູງຄວາມຮັບຜິດຊອບດ້ານການເມືອງ, ດ້ານຈັນຍາທຳ-ຈັນຍາບັນຂອງພະນັກງານລັດໃນແຕ່ລະຂົງເຂດໃຫ້ມີປະສິດທິພາບ ແລະ ໂປ່ງໃສ.