ປະຊາກອນໃນນະຄອນຫລວງປັກກິ່ງ ຫລຸດລົງເປັນເທື່ອທຳອິດໃນຮອບ 20 ປີ
ປະຊາກອນໃນນະຄອນຫລວງປັກກິ່ງຂອງ ສປ ຈີນ ໃນປີ 2017 ມີຈຳນວນຫລຸດລົງເທື່ອທຳອິດໃນຮອບ 2 ທົດສະວັດ.
ສຳນັກຂ່າວຊິນຮົວຂອງທາງການຈີນ ລາຍງານໃນວັນທີ 22 ພະຈິກວ່າ: ຈຳນວນປະຊາກອນທີ່ອາໄສຢູ່ໃນນະຄອນຫລວງປັກກິ່ງເປັນການຖາວອນມີ 21.707.000 ຄົນ ຫລຸດລົງ 22.000 ຄົນເມື່ອທຽບໃສ່ປີ 2016, ຂະນະທີ່ປະຊາກອນທີ່ອາໄສຢູ່ໃນ 6 ເມືອງທີ່ຢູ່ອ້ອມຮອບນະຄອນຫລວງປັກກິ່ງຫລຸດລົງ 3%. ເຈົ້າໜ້າທີ່ຂອງນະຄອນຫລວງປັກກິ່ງໃຊ້ຄວາມພະຍາຍາມໃນການຄວບຄຸມການຂະຫຍາຍຕົວຂອງປະຊາກອນ ເຊິ່ງເປັນສ່ວນໜຶ່ງຂອງມາດຕະການແກ້ໄຂບັນຫາການຈະລາຈອນຕິດຂັດ, ການຂາດເຂີນຊັບພະຍາກອນຕ່າງໆ ແລະ ລາຄາເຮືອນແພງຂຶ້ນ. ປະຊາກອນໃນນະຄອນຫລວງປັກກິ່ງເພີ່ມຂຶ້ນ 2 ໃນ 3 ນັບແຕ່ປີ 1998, ຂະນະທີ່ການໃຊ້ພະລັງງານກໍເພີ່ມຂຶ້ນຫລາຍກວ່າສອງເທົ່າ ແລະ ຈຳນວນລົດຕາມທ້ອງຖະໜົນກໍເພີ່ມຂຶ້ນສາມເທົ່າ. ລັດຖະບານທ້ອງຖິ່ນປະກາດໃນປີຜ່ານມາວ່າ: ຈະດຳເນີນການຄວບຄຸມຈຳນວນປະຊາກອນໃຫ້ຢູ່ໃນລະດັບ 23 ລ້ານຄົນໃຫ້ໄດ້ພາຍໃນປີ 2026, ຂະນະທີ່ເມືອງໃຫຍ່ ຄືນະຄອນຫລວງປັກກິ່ງ ແລະ ນະຄອນຊຽງໄຮ້ ພະຍາຍາມຄວບຄຸມການຂະຫຍາຍຕົວຂອງປະຊາກອນ, ປະເທດຈີນໂດຍລວມພັດພະຍາຍາມຫາທາງເພີ່ມອັດຕາການເກີດ ເຊິ່ງຫລຸດລົງໃນປີຜ່ານມາ ແລະ ມີທ່າອ່ຽງຈະຫລຸດລົງອີກໃນປີນີ້, ປະຊາກອນອາຍຸສູງຄາດວ່າຈະເພີ່ມຂຶ້ນເປັນ 400 ລ້ານຄົນພາຍໃນປີ 2035 ຈາກຈຳນວນ 240 ລ້ານຄົນໃນປີນີ້ ເຮັດໃຫ້ສົ່ງຜົນກະທົບຕໍ່ວຽກບໍລິການດ້ານສຸຂະພາບ ແລະ ເງິນກອງທຶນບຳເນັດບຳນານ.