ສອງເກົາຫລີເຊື່ອມຖະໜົນ ຂ້າມຊາຍແດນລະຫວ່າງກັນແລ້ວ
November 23, 2018 - 3:21 PM
ກະຊວງປ້ອງກັນປະເທດ ສ.ເກົາຫລີ ຖະແຫລງວ່າ: ສປປ ເກົາຫລີ ແລະ ສ.ເກົາຫລີ ເຊື່ອມຖະໜົນຂ້າມຊາຍແດນລະຫວ່າງກັນເປັນເທື່ອທຳອິດໃນຮອບ 14 ປີ.
ຖະໜົນທີ່ເຊື່ອມຕໍ່ກັນດັ່ງກ່າວຢູ່ໃກ້ຈຸດເຄິ່ງກາງຂອງເຂດປອດທະຫານ ໃນແຫລມເກົາຫລີ ມີຄວາມກວ້າງ 12 ແມັດ ແລະ ໃນປີໜ້າຈະໃຊ້ເປັນພື້ນທີ່ສຳລັບປະຕິບັດການຮ່ວມ ເພື່ອສົ່ງຄືນສົບຂອງຜູ້ເສຍຊີວິດໃນສົງຄາມເກົາຫລີປີ 1950-1953. ການເຊື່ອມຕໍ່ຖະໜົນດັ່ງກ່າວເປັນສ່ວນໜຶ່ງຂອງຂໍ້ຕົກລົງທີ່ມີຂຶ້ນໃນລະຫວ່າງກອງປະຊຸມສຸດຍອດຢູ່ພຽງຢາງ ລະຫວ່າງປະທານາທິບໍດີ ມຸນ ແຈອິນ ຂອງ ສ.ເກົາຫລີ ແລະ ທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ໃນເດືອນກັນຍາຜ່ານມາ ໂດຍທັງສອງຝ່າຍຍັງໄດ້ຮັບປາກຈະເຄື່ອນຍ້າຍບັງເກີ ແລະ ອາວຸດຕ່າງໆອອກໄປຈາກບ້ານປານມູນຈອມນຳອີກ.