ທ່ານ ທຣຳ ຂູ່ປິດຊາຍແດນ ອາເມລິກາ-ແມັກຊິກ
ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ຂູ່ຮອບໃໝ່ໃນວັນທີ 22 ພະຈິກວ່າ: ຈະປິດຊາຍແດນ ອາເມລິກາ-ແມັກຊິກ ຖ້າສະກັດກັ້ນຂະບວນຄາລາວານຜູ້ອົບພະຍົບທີ່ເດີນທາງມາຈາກອາເມລິກາກາງບໍ່ໄດ້.
ປະທານາທິບໍດີ ທຣຳ ກ່າວໃນວັນຂອບໃຈພະເຈົ້າ ໂດຍເນັ້ນວ່າ: ທະຫານອາເມລິກາທີ່ປະຈຳຢູ່ຕາມຊາຍແດນໄດ້ຮັບອະນຸຍາດໃຫ້ໃຊ້ກຳລັງປາບປາມຜູ້ອົບພະຍົບໄດ້ຖ້າຈຳເປັນ ເພື່ອປົກປ້ອງຊາຍແດນທາງໃຕ້ຂອງອາເມລິກາ ເຊິ່ງທຸກມື້ນີ້ມີທະຫານອາເມລິກາປະຈຳການຢູ່ຕາມຊາຍແດນ ອາເມລິກາ-ແມັກຊິກ ປະມານ 5.800 ຄົນ ເພື່ອສະກັດກັ້ນຂະບວນຄາລະວານຜູ້ອົບພະຍົບຈາກອາເມລິກາກາງທີ່ເລີ່ມເດີນທາງມາເຖິງຊາຍແດນ ອາເມລິກາ-ແມັກຊິກ ໂດຍຜູ້ອົບພະຍົບເຫລົ່ານີ້ມີເປົ້າໝາຍເຂົ້າມາຂໍລີ້ໄພໃນອາເມລິກາ ຈາກບັນຫາຄວາມຮຸນແຮງ ແລະ ຄວາມທຸກຍາກໃນບ້ານເກີດ.
ຄາດວ່າຄວາມເຄັ່ງຕຶງບໍລິເວນຊາຍແດນ ອາເມລິກາ-ແມັກຊິກ ໃນປັດຈຸບັນ ອາດສົ່ງຜົນກະທົບຕໍ່ການຄ້າສອງປະເທດທີ່ມີມູນຄ່າປະມານປີລະ 620.000 ລ້ານໂດລາສະຫະລັດ.
ຂະນະທີ່ທ່ານ ເຄນເນ ສະມິດ ຫົວໜ້າຄະນະເຈລະຈາການຄ້າຂອງແມັກຊິກ ຮຽກຮ້ອງໃຫ້ອາເມລິກາຍົກເລີກການຮຽກເກັບພາສີເຫລັກ ແລະ ອາລູມີນຽມທີ່ນຳເຂົ້າຈາກແມັກຊິກ ກ່ອນທີ່ແມັກຊິກຈະລົງນາມຂໍ້ຕົກລົງ ອາເມລິກາ-ແມັກຊິກ-ການາດາ (USMCA) ເຊິ່ງເຂົ້າມາແທນຂໍ້ຕົກລົງການຄ້າເສລີອາເມລິກາເໜືອ (ນາບຕາ) ໃນເດືອນນີ້.
ທັງນີ້, ມີການຄາດຄະເນວ່າ: ອາເມລິກາ, ແມັກຊິກ ແລະ ການາດາ ຈະຮ່ວມລົງນາມໃນຂໍ້ຕົກລົງ USMCA ນອກຮອບກອງປະຊຸມ G20 ຢູ່ອາກຊັງຕິນໃນທ້າຍເດືອນນີ້.