ມາເນ້ ຕໍ່ສັນຍາກັບຫົງແດງເຖິງປີ 2023 ຮັບຄ່າເມື່ອຍເພີ່ມຂຶ້ນເກືອບເທົ່າຕົວ
ຊາດີໂອ ມາເນ້ (Sadio Mane) ປີກ ແລະ ກອງໜ້າທີມຊາດເຊເນການ ອາຍຸ 26 ປີ ຕົກລົງຂະຫຍາຍສັນຍາສະບັບໃຫມ່ກັບຕົ້ນສັງກັດ ລິເວີພູລ ເຖິງປີ 2023 ຫລັງສັນຍາເກົ່າຈະສິ້ນສຸດໃນປີ 2021. ມາເນ້ ຍ້າຍຈາກ ເຊົາແທມຕັນ ມາຢູ່ກັບ ລິເວີພູລ ໃນປີ 2016 ດ້ວຍຄ່າຕົວ 34 ລ້ານປອນ ລົງສະໜາມຊ່ວຍທີມທັງໝົດ 89 ນັດ ຍິງໄດ້ 40 ປະຕູ ລວມທຸກລາຍການ.
ມາເນ້ ກ່າວວ່າ: “ຂ້ອຍມີຄວາມສຸກກັບສະໂມສອນແຫ່ງນີ້ ເຊິ່ງເປັນການຕັດສິນໃຈທີ່ດີທີ່ສຸດໃນອາຊີບຂອງຂ້ອຍ, ຂ້ອຍພ້ອມເຮັດທຸກສິ່ງເພື່ອຊ່ວຍທີມປະສົບຜົນສຳເລັດ”.
ມາເນ້ ເປັນນັກເຕະຕົວຫລັກຄົນທີ 3 ຂອງ ລິເວີພູລ ທີ່ຕັດສິນໃຈຕໍ່ສັນຍາກັບທີມເມື່ອບໍ່ດົນມານີ້ ຕໍ່ຈາກ ໂຣແບໂຕ້ ຟີມີໂນ້ ແລະ ໂມຮາເໝັດ ຊາລ້າ. ສຳລັບ ສັນຍາສະບັບໃຫມ່ຂອງ ມາເນ້ ໄດ້ຮັບຄ່າແຮງງານເພີ່ມຈາກ 90.000 ປອນ ເປັນ 150.000 ປອນຕໍ່ອາທິດ. ໃນລະດູການນີ້ ມາເນ້ ຍິງໄປແລ້ວ 7 ປະຕູ ຈາກ 14 ນັດ ໃນນີ້ ພຣີເມຍລີກ 6 ປະຕູ ຈາກ 10 ນັດ, 1 ປະຕູ ຈາກ 3 ນັດ ໃນຢູຟາ ແຊມປ້ຽນລີກ ແລະ ລົງຫລິ້ນເກມລີກຄັບ 1 ນັດ.