ໂຣນັລດິນໂຢ ຖືກຢຶດສົມບັດ
ເຈົ້າໜ້າທີ່ຕຳຫລວດຂອງບຣາຊິລບຸກເຖິງເຮືອນຂອງ ໂຣນັລດິນໂຢ ແລະ ຢຶດຊັບສົມບັດຂອງລາວ ຫລັງຈາກລາວບໍ່ຍອມຈ່າຍຄ່າປັບໄໝ ໂດຍເຄື່ອງທີ່ຖືກຢຶດມີລົດ ແລະ ຮູບແຕ້ມ.
ເຈົ້າໜ້າທີ່ຕຳຫລວດຂອງປະເທດບຣຊິລ ເດີນທາງໄປຢຶດຊັບສົມບັດຂອງ ໂຣນັລດິນໂຢ ອະດີດຍອດກອງກາງຊາວບຣາຊິລເຖິງເຮືອນ ຫລັງຈາກລາວມີຄະດີຄວາມເລື່ອງບໍ່ຍອມຈ່າຍຄ່າປັບໄໝ.
ໂຣນັລດິນໂຢ ກັບ ໂຣແບໂຕ້ ອັສຊິສ ອ້າຍຂອງລາວ ຖືກສານຕັດສິນວ່າເຮັດຜິດກົດໝາຍກ່ຽວກັບການກໍ່ສ້າງຕຶກ ເຊິ່ງທັງສອງຖືກສັ່ງໃຫ້ຈ່າຍຄ່າປັບໄໝເປັນເງິນ 8,5 ລ້ານຣຽວບຣາຊິລ ແຕ່ມາຮອດປັດຈຸບັນທັງສອງຍັງບໍ່ຍອມຈ່າຍຄ່າປັບໄໝຕາມຈຳນວນນັ້ນ.
ກ່ອນໜ້ານີ້ ໂຣນັລດິນໂຢ ກໍຖືກຢຶດພາສປອດໄປແລ້ວ ແລະ ຫລ້າສຸດໜ່ວຍງານດ້ານກົດໝາຍຂອງບຣາຊິລ ຍັງດຳເນີນມາດຕະການລົງໂທດອະດີດນັກເຕະລະດັບໂລກຕໍ່ໄປ ໂດຍເຄື່ອງທີ່ພວກເຂົາຢຶດໄປໃນຄັ້ງນີ້ມີລົດ 3 ຄັນ ແລະ ງານສິລະປະ ເປັນຕົ້ນ.