ຮອງປະທານປະເທດເນັ້ນໃຫ້ເມືອງໃໝ່ແຂວງຜົ້ງສາລີເອົາໃຈໃສ່ວຽກງານກໍ່ສ້າງຮາກຖານໜັກແໜ້ນ
ໃນໂອກາດເຄື່ອນໄຫວຢ້ຽມຢາມເມືອງໃໝ່ແຂວງຜົ້ງສາລີ ເມື່ອບໍ່ດົນມານີ້, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໄດ້ເນັ້ນໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫລັກແຫລ່ງພາຍໃນເມືອງ ເພີ່ມທະວີຄວາມເອົາໃຈໃສ່ວຽກງານ ກໍ່ສ້າງຮາກຖານການເມືອງໃຫ້ໜັກແໜ້ນ, ໂດຍສະເພາະສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ ຮັບປະກັນໃຫ້ເມືອງມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ການດຳລົງຊີວິດຂອງປະຊາຊົນນັບມື້ດີຂຶ້ນ, ພ້ອມກັນເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ຊຸກຍູ້ສົ່ງເສີມການ ຜະລິດໃຫ້ຫລາຍ ເພື່ອການແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໝົດໄປເທື່ອລະກ້າວ.
ທ່ານເຈົ້າເມືອງດັ່ງກ່າວລາຍງານໃຫ້ຊາບວ່າ: ໃນ 10 ເດືອນຜ່ານມາ, ການພັດທະນາເສດຖະກິດພາຍໃນເມືອງໄດ້ມີການຂະຫຍາຍຕົວຕໍ່ເນື່ອງໃນລະດັບ 8%, ສະເລ່ຍລາຍຮັບ 840 ໂດລາ ຫລືປະມານ 7 ລ້ານກີບຕໍ່ຄົນຕໍ່ປີ. ປັດຈຸບັນທົ່ວເມືອງມີ 93 ໂຄງການລົງທຶນຂອງລັດ ແລະ ຍັງມີ 63 ບ້ານ, 2.110 ກວ່າຄອບຄົວທຸກຍາກ ກວມ 75% ແລະ ມີໃຊ້ໄຟຟ້າຖາວອນແລ້ວ 39 ບ້ານ ກວມ 47%.